ຫວຽດນາມ ພວມເຈລະຈາຊື້ວັກຊິນກັນໂຄວິດ-19 ຂອງອັງກິດ ຈຳນວນ 30 ລ້ານໂດຣ

(VOVWORLD) -ກະຊວງສາທາລະນະສຸກຫວຽດນາມ ພວມເຈລະຈາກັບ 3 ປະເທດອື່ນຄື: ອາເມລິກາ, ລັດເຊຍ ແລະ ຈີນ ເພື່ອຊື້ວັກຊິນກັນໂຄວິດ-19.

ຫວຽດນາມ ພວມເຈລະຈາຊື້ວັກຊິນກັນໂຄວິດ-19 ຂອງອັງກິດ ຈຳນວນ 30 ລ້ານໂດຣ - ảnh 1ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ເຈືອງກວ໊ກເກື່ອງ

(ພາບ: laodong.vn)

ຫວຽດນາມ ພວມເຈລະຈາຊື້ວັກຊິນກັນໂຄວິດ-19 ຂອງອັງກິດ ຈຳນວນ 30 ລ້ານໂດຣ. ນີ້ແມ່ນຂໍ້ມູນເຊິ່ງທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ເຈືອງກວ໊ກເກື່ອງ ປະກາດໃນກອງປະຊຸມຖະແຫຼງຂ່າວລັດຖະບານເຊິ່ງດຳເນີນໃນຕອນເຊົ້າວັນທີ 04 ມັງກອນ, ຢູ່ຮ່າໂນ້ຍ. ໃນການເຈລະຈາລະຫວ່າງຫວຽດນາມ ແລະ ບໍລິສັດຢາ Astra Zeneca ຂອງອັງກິດ, 2 ຝ່າຍໄດ້ລົງນາມໃນຂໍ້ຕົກລົງສະໜອງວັກຊິນ 30 ລ້ານໂດຣ ໃຫ້ປະຊາຊົນ 15 ລ້ານຄົນ. ພ້ອມກັບການເຈລະຈາກັບອັງກິດ, ທ່ານຮອງລັດຖະມົນຕີ ເຈືອງກວ໊ກເກື່ອງ ກໍ່ໃຫ້ຮູ້ວ່າ, ກະຊວງສາທາລະນະສຸກຫວຽດນາມ ພວມເຈລະຈາກັບ 3 ປະເທດອື່ນຄື: ອາເມລິກາ, ລັດເຊຍ ແລະ ຈີນ ເພື່ອຊື້ວັກຊິນກັນໂຄວິດ-19. ຕາມແຜນການ, ໃນໄຕມາດທີ 1,2,3,4 ລ້ວນແຕ່ມີວັກຊິນ. ສຳລັບຄູ່ຮ່ມມືອາເມລິກາ, ແຜນການສະໜອງງວດວັກຊິນ ສຸດທ້າຍແມ່ນໃນໄຕມາດທີ 4 ປີ 2021. ສຳລັບລັດເຊຍ, ກະຊວງສາທາລະນະສຸກຫວຽດນາມ ໄດ້ດຳເນີນການເຈລະຈາ ແລະ ຈະຜະລິດວັກຊິນ ຕາມຮູບແບບຖ່າຍຖອດເຕັກໂນໂລຊີໃຫ້ບໍລິສັດຂຶ້ນກັບກະຊວງສາທາລະນະສຸກຫວຽດນາມ.

        ທ່ານຮອງລັດຖະມົນຕີ ເຈືອງກວ໊ກເກື່ອງ ຢືນຢັນວ່າ, ກະຊວງສາທາລະນະສຸກໄດ້ລາຍງານຕໍ່ລັດຖະບານ ແລະ ປະຕິບັດຄຳສັ່ງຊີ້ນຳຂອງນາຍົກລັດຖະມົນຕີຢ່າງເຂັ້ມງວດ ເພື່ອໃຫ້ປະຊາຊົນສາມາດສຳພັດກັບວັກຊິນກັນໂຄວິດ-19 ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ