ຫວຽດ​ນາມ ພວມ​ເປ​ີດ​ປະ​ຕ​ູ​ເສດ​ຖະ​ກິດ​ຄືນ​ໃໝ່​ເທື່ອ​ລະ​ກ້າວ

(VOVWORLD) -ຫວຽດນາມ ພວມເປີດປະຕູເສດຖະກິດຄືນໃໝ່ເທື່ອລະກ້າວ. ນີ້ແມ່ນຂໍ້ສັງເກດຂອງທ່ານ Patrick Haverman, ຮອງຫົວໜ້າອົງການຕາງໜ້າ UNDP ປະຈຳ ຫວຽດນາມ. 
ຫວຽດ​ນາມ ພວມ​ເປ​ີດ​ປະ​ຕ​ູ​ເສດ​ຖະ​ກິດ​ຄືນ​ໃໝ່​ເທື່ອ​ລະ​ກ້າວ - ảnh 1ຖະໜົນຫົນທາງນະຄອນ ໂຮ່ຈີມິນ ພາຍຫຼັງຜ່ອນຜັນມາດຕະການປ້ອງກັນ, ຕ້ານໂລກລະບາດ - 19 (ພາບ: baotintuc.vn)

   ດ້ວຍອັດຕາຜູ້ສັກວັກຊິນນັບມື້ນັບເພີ່ມຂຶ້ນ, ຫວຽດນາມ ພວມເປີດປະຕູເສດຖະກິດຄືນໃໝ່ເທື່ອລະກ້າວ. ນີ້ແມ່ນຂໍ້ສັງເກດຂອງທ່ານ Patrick Haverman, ຮອງຫົວໜ້າອົງການຕາງໜ້າ UNDP ປະຈຳ ຫວຽດນາມ. ທ່ານຖືວ່າ ດ້ວຍການສັບຊ້ອນເປົ້າໝາຍສັກວັກຊິນ, ໃຫ້ບູລິມະສິດແກ່ຜູ້ທີ່ມີຄວາມສ່ຽງສູງ, ຫວຽດນາມ ສາມາດເປີດປະຕູເສດຖະກິດຄືນໃໝ່ຢ່າງລະມັດລະວັງເທື່ອລະກ້າວ.

        ທ່ານ Patrick Haverman ຖືວ່າ ຫວຽດນາມ ອາດຈະໜູນຊ່ວຍການເຕີບໂຕ, ວຽກເຮັດງານທຳ ແລະ ລາຍຮັບ ດ້ວຍໂຄງການໜູນຊ່ວຍເງິນສົດທີ່ຫຼາຍກວ່າ ໃຫ້ແກ່ຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ ໂດຍບໍ່ຢ້ານຖືກໄພເງິນເຟີ້ ຫຼື ສົ່ງຜົນກະທົບຫຍໍ້ທໍ້ຕໍ່ດຸ່ນການຊຳລະ.

        ເພື່ອບັນລຸໄດ້ເປົ້າໝາຍຄວບຄູ່ ນັ້ນແມ່ນ ໜູນຊ່ວຍຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ກະຕຸ້ນການເຕີບໂຕເສດຖະກິດ, ທ່ານ Patrick Haverman ຖືວ່າ ຫວຽດນາມ ຄວນຜັນຂະຫຍາຍໂຄງການໜູນຊ່ວຍເງິນສົດຍິ່ງໄວກໍຍິ່ງດີ. ວິທີຜັນຂະຫຍາຍໄວທີ່ສຸດແມ່ນ ນຳໃຊ້ບ້ວງເງິນໜູນຊ່ວຍໃຫ້ແກ່ເດັກທີ່ມີອາຍຸຕ່ຳກວ່າ 6 ປີ ແລະ ຜູ້ມີອາຍຸ ແຕ່ 60 ປີ ຂຶ້ນໄປ, ຜູ້ນອນໃນເປົ້າໝາຍສັງຄົມສົງເຄາະ ໃນທັນທີ ດ້ວຍເງື່ອນໄຂເປັນຄົນພິການ ແລະ ບໍ່ໄດ້ກິນເງິນບຳນານ.  

 

 

ຕອບກັບ

ຂ່າວ/ບົດ​ອື່ນ