ຫວຽດ​ນາມ ພ້ອມ​ກັບ ປະ​ຊາ​ຄົມ​ສາ​ກົນ​ແກ້​ໄຂວິ​ກິດ​ການຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອ​າ​ຫານ

(VOVWORLD) - ຫວຽດນາມ ພ້ອມແລ້ວ ທີ່ຈະເຂົ້າຮ່ວມບັນດາຄວາມມານະພະຍາຍາມຂອງປະຊາຄົມສາກົນ ໃນການຄ້ຳປະກັນດ້ານສະບຽງອາຫານໂລກ, ແກ້ໄຂບັນດາສິ່ງທ້າທາຍຢ່າງຮີບດ່ວນກ່ຽວກັບການຂາດແຄນສະບຽງອາຫານ ທີ່ພວມເພີ່ມຂຶ້ນ.
ຫວຽດ​ນາມ ພ້ອມ​ກັບ ປະ​ຊາ​ຄົມ​ສາ​ກົນ​ແກ້​ໄຂວິ​ກິດ​ການຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອ​າ​ຫານ - ảnh 1ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ໃນລະຫວ່າງວັນທີ 21 – 23 ມິຖຸນາ, ຢູ່ສຳນັກງານ ສປຊ ຢູ່ນະຄອນເຊີແນວ ປະເທດ ສະວິດ, ໄດ້ດຳເນີນກອງປະຊຸມສະພາເສດຖະກິດ ສັງຄົມຂອງ ສປຊ ກ່ຽວກັບບັນດາການເຄື່ອນໄຫວໜູນຊ່ວຍມະນຸດສະທຳ ປີ 2023. ກອງປະຊຸມລວມມີບັນດາວາລະປຶກສາຫາ ກ່ຽວກັບການແກ້ໄຂສະພາບການການຂາດ ແຄນສະບຽງອາຫານ ແລະ ຄວາມສ່ຽງເກີດໄພອຶດ ຫິວໃນໂລກ ດ້ວຍການເຂົ້າຮ່ວມຂອງທ່ານນາງ ເລທິຕວຽດມາຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ອົງການການຄ້າໂລກ (WTO) ແລະ ບັນດາອົງການຈັດຕັ້ງສາກົນຕ່າງໆຢູ່ເຊີແນວ.

ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວ ທີ່ຈະເຂົ້າຮ່ວມບັນດາຄວາມມານະພະຍາຍາມຂອງປະຊາຄົມສາກົນ ໃນການຄ້ຳປະກັນດ້ານສະບຽງອາຫານໂລກ, ແກ້ໄຂບັນດາສິ່ງທ້າທາຍຢ່າງຮີບດ່ວນກ່ຽວກັບການຂາດແຄນສະບຽງອາຫານ ທີ່ພວມເພີ່ມຂຶ້ນ, ກໍ່ຄືແບ່ງປັນບົດຮຽນປະສົບການ ກັບບັນດາປະເທດໃນການຄ້ຳປະກັນດ້ານສະບຽງອາຫານແຫ່ງຊາດ. ຫວຽດນາມ ແບ່ງປັນຄວາມສົນໃຈ ແລະ ຄຳໝັ້ນສັນຍາເຂົ້າຮ່ວມພ້ອມກັບປະຊາຄົມສາກົນ ໃນການແກ້ໄຂວິກິດການຄວາມໝັ້ນຄົງດ້ານສະບຽງອາຫານທົ່ວໂລກ ທີ່ພວມນາບຂູ່ໂດຍກົງ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນນັບແສນຄົນໃນໂລກ, ເປັນຕົ້ນແມ່ນຢູ່ບັນດາປະເທດດ້ອຍພັດທະນາ ແລະ ບັນດາປະເທດຖືກຜົນສະທ້ອນຈາກການປະທະກັນ, ໄພພິບັດ, ໂລກລະບາດ ຫຼືການປ່ຽນແປງຂອງດິນຟ້າອາກາດ. ໃນການແກ້ໄຂສິ່ງທ້າທາຍທົ່ວໂລກ ກ່ຽວກັບການຂາດແຄນສະບຽງອາຫານ, ທ່ານນາງ ເລທິຕວຽດມາຍຖືວ່າ ຕ້ອງຊຸກຍູ້ການຮ່ວມມືຫຼາຍຝ່າຍ ແລະ ຄວາມໝັ້ນຄົງສາກົນເພື່ອຊອກຫາມາດຕະການແກ້ໄຂຢ່າງຮອບດ້ານ ແລະ ທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ