ຫວຽດນາມ ພ້ອມກັບບັນດາປະເທດ ອາຊຽນ ຊຸກຍູ້ມາດຕະການແກ້ໄຂສັນຕິພາບ ແລະ ຍືນຍົງໃຫ້ແກ່ບັນຫາ ມຽນມາ

(VOVWORLD) - ທຸກມາດຕະການແກ້ໄຂສຳລັບສະພາບການຂອງ ມຽນມາ ຕ້ອງໄດ້ຮັບປະກັນການເຄົາລົບຄວາມເປັນເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ສິດຕັດສິນດ້ວຍຕົນເອງຂອງປະຊາຊົນ ມຽນມາ
ຫວຽດນາມ ພ້ອມກັບບັນດາປະເທດ ອາຊຽນ ຊຸກຍູ້ມາດຕະການແກ້ໄຂສັນຕິພາບ ແລະ ຍືນຍົງໃຫ້ແກ່ບັນຫາ ມຽນມາ - ảnh 1(ທ່ານອັກຄະລັດຖະທູດ ຫງວຽນຮ່ວາງງວຽນ, ຮອງຫົວໜ້າຄະນະປະຈຳຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ)

        ວັນທີ 29 ພຶດສະພາ, ສະຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມຕາມຮູບແບບ Arria (ກອງປະຊຸມບໍ່ເປັນທາງການ ເພື່ອປຶກສາຫາລືບັນດາບັນຫາສຳຄັນ ຫຼື ເມື່ອມີສະພາບການປ່ຽນແປງໃໝ່) ກ່ຽວກັບສະພາບການຢູ່ ມຽນມາ. ກອງປະຊຸມໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າຫຼາຍປະເທດສະມາຊິກຂອງສະຫະປະຊາຊາດ, ໃນນັ້ນ, ມີ 15 ປະເທດສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ 10 ປະເທດ ອາຊຽນ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານອັກຄະລັດຖະທູດ ຫງວຽນຮ່ວາງງວຽນ, ຮອງຫົວໜ້າຄະນະປະຈຳຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ເນັ້ນໜັກວ່າ, ທຸກມາດຕະການແກ້ໄຂສຳລັບສະພາບການຂອງ ມຽນມາ ຕ້ອງໄດ້ຮັບປະກັນການເຄົາລົບຄວາມເປັນເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ສິດຕັດສິນດ້ວຍຕົນເອງຂອງປະຊາຊົນ ມຽນມາ; ໃນນັ້ນ, ບຸລິມະສິດແຖວໜ້າໃນປະຈຸບັນແມ່ນຊຸກຍູ້ໃຫ້ທຸກໆຝ່າຍທີ່ກ່ຽວຂ້ອງ ຕ້ອງຢຸດຍິງໃນທົ່ວປະເທດ ແລະ ສະກັດກັ້ນວິນາດສະກຳມະນຸດສະທຳ. ຜູ້ຕາງໜ້າ ຫວຽດນາມ ເນັ້ນໜັກວ່າ, ອາຊຽນ ຕ້ອງສືບຕໍ່ສວມບົດບາດເປັນໃຈກາງ, ໄປພ້ອມກັບຄວາມມານະພະຍາຍາມໃນການປະກອບສ່ວນຂອງແຕ່ລະປະເທດ, ໃນນັ້ນມີ ຫວຽດນາມ ແລະ ສະຫະປະຊາຊາດ ຕ້ອງໜູນຊ່ວຍ ອາຊຽນ ໃນວິວັດການດັ່ງກ່າວ ເພື່ອບັນລຸໄດ້ພື້ນຖານສັນຕິພາບແບບຍືນຍົງໃຫ້ແກ່ປະຊາຊົນ ມຽນມາ.

ຕອບກັບ

ຂ່າວ/ບົດ​ອື່ນ