ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ແລະ ສ.ເກົາຫຼີ ແລກ​ປ່ຽນ​ກ່ຽວ​ກັບ​ວິ​ວັດ​ທະ​ນາ​ການ​ປ່ຽນ​ແປງ​ໃໝ່​ການ​ສຶກ​ສາ

(VOVWORLD) - ຄະນະຜູ້ແທນ ຫວຽດນາມ ໄດ້ມີການແບ່ງປັນ ທີ່ສຸມໃສ່ເຂົ້າບັນດາສິ່ງທ້າທາຍ, ກາລະໂອກາດຂອງຄູສອນໃນວິວັດທະນາການຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການຂອງວິວັດທະນາການປ່ຽນແປງໃໝ່ການສຶກສາ.
ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ແລະ ສ.ເກົາຫຼີ ແລກ​ປ່ຽນ​ກ່ຽວ​ກັບ​ວິ​ວັດ​ທະ​ນາ​ການ​ປ່ຽນ​ແປງ​ໃໝ່​ການ​ສຶກ​ສາ - ảnh 1ກອງປະຊຸມສະພາການສຶກສາອາຊຽນ ແລະ ສ.ເກົາຫຼີ (ACT+1) ຄັ້ງທີ 37 (ພາບ: TTXVN)

ຄະນະຜູ້ແທນກຳມະບານ ການສຶກສາ ຫວຽດນາມ ໂດຍທ່ານປະທານ ຫງວຽນງອກເອິນ ນຳໜ້າໄດ້ເຂົ້າຮ່ວມກອງປະຊຸມສະພາການສຶກສາອາຊຽນ ແລະ ສ.ເກົາຫຼີ (ACT+1) ຄັ້ງທີ 37 ໄດ້ຈັດຂຶ້ນຢູ່ ນະຄອນຫຼວງ Kuala Lumpur, ປະເທດ ມາເລເຊຍ ດ້ວຍຫົວຂໍ້ “ກຳນົດທິດການສຶກສາໃນອະນາຄົດ”.

ໂດຍໄດ້ດຳເນີນມໃນລະຫວ່າງວັນທີ 15 – 17 ກັນຍາ, ACT+1 ຄັ້ງທີ 37 ດຶງດູດການເຂົ້າຮ່ວມຂອງພະນັກງານ, ຄູສອນ 600 ຄົນທີ່ມາຈາກບັນດາອົງການກຳມະການການສຶກສາ, ກຳມະບານຄູສອນ ແລະ ສະມາຄົມ ຄູສອນ ຂອງ 9 ປະເທດສະມາຊິກ ACT+1 ລວມມີ ສ.ເກົາຫຼີ ແລະ 8 ປະເທດສະມາຊິກ ອາຊຽນຄື: ບຣູໄນ, ອິນໂດເນເຊຍ, ມາເລເຊຍ, ລາວ, ຟີລິບປິນ, ສິງກະໂປ, ໄທ, ຫວຽດນາມ. ຄະນະຜູ້ແທນ ຫວຽດນາມ ໄດ້ມີການແບ່ງປັນ ທີ່ສຸມໃສ່ເຂົ້າບັນດາສິ່ງທ້າທາຍ, ກາລະໂອກາດຂອງຄູສອນໃນວິວັດທະນາການຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການຂອງວິວັດທະນາການປ່ຽນແປງໃໝ່ການສຶກສາ. ນອກຈາກນັ້ນ, ຄະນະຜູ້ແທນ ຫວຽດນາມ ກໍ່ໄດ້ເຂົ້າຮ່ວມຫຼາຍການເຄື່ອນໄຫວພົບປະແລກປ່ຽນ, ສະແດງສິລະປະ ແລະ ວາງສະແດງແນະນຳບັນດາຜະລິດຕະພັນ ກາເຟປະເພດຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ