ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ປະ​ເທດ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ກ​ານຮ່ວມ​ມື, ເພື່ອ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ ຂອງ ອາ​ຊີ ແລະ ໂລກ

(VOVWORLD) -ກ່າວຄຳເຫັນຢູ່ທີ່ກອງປະຊຸມທາງໄກ, ທ່ານ ດັ້ງຮ່ວາງຢາງຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ຕໍ່ວິວັດທະນາການ ແລະ ເປົ້າໝາຍຂອງ CICA, ຕັດສິນໃຈພ້ອມກັບບັນດາປະເທດ ເພີ່ມທະວີຄວາມສາມັກຄີ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຮ່ວມມືເພື່ອສັນຕິພາບ ແລະ ພັດທະນາຂອງ ອາຊີ ແລະ ໃນໂລກ
ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ປະ​ເທດ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ,  ກ​ານຮ່ວມ​ມື, ເພື່ອ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ ຂອງ ອາ​ຊີ ແລະ ໂລກ - ảnh 1ທ່ານດັ້ງຮ່ວາງຢາງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ ຫວຽດນາມ )

ວັນທີ 12 ຕຸລາ, ທ່ານດັ້ງຮ່ວາງຢາງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຢູ່ກອງປະຊຸມທາງໄກລັດຖະມົນຕີການຕ່າງປະເທດ ຄັ້ງທີ 6 ໃນຂອບເຂດກອງປະຊຸມສົມທົບການກະທຳ ແລະ ມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈຂອງອາຊີ, (CICA) ດ້ວຍຫົວຂໍ້ “ຄວາມໝັ້ນຄົງ ແລະ ພັດທະນາແບບຍືນຍົງຢູ່ອາຊີ ໃນຕົວຈິງໃໝ່ຂອງໂລກ ພາຍຫຼັງໂລກລະບາດ” ໂດຍທ່ານ Mukhtar Tileuberdi ລັດຖະມົນຕີການຕ່າງປະເທດ ກາຊັກສະຖານ ເປັນປະທານຈັດຕັ້ງ.

ກ່າວຄຳເຫັນຢູ່ທີ່ກອງປະຊຸມທາງໄກ, ທ່ານ ດັ້ງຮ່ວາງຢາງ ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ຕໍ່ວິວັດທະນາການ ແລະ ເປົ້າໝາຍຂອງ CICA, ຕັດສິນໃຈພ້ອມກັບບັນດາປະເທດ ເພີ່ມທະວີຄວາມສາມັກຄີ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຮ່ວມມືເພື່ອສັນຕິພາບ ແລະ ພັດທະນາຂອງ ອາຊີ ແລະ ໃນໂລກ, ເນື່ອງໃນໂອກາດນີ້ ທ່ານດັ້ງຮ່ວາງຢາງ ກໍ່ໄດ້ເຊີດຊູບົດບາດເປັນໃຈກາງຂອງ ອາຊຽນ ໃນໂຄງປະກອບຄວາມໝັ້ນຄົງ ພາກພື້ນ; ແບ່ງປັນຄວາມມານະພະຍາຍາມ ທີ່ຕັ້ງໜ້າຂອງ ອາຊຽນ ໃນການຮັບມືກັບໂລກລະບາດ ໂຄວິດ - 19, ປະຕິບັດ ຄວາມເຫັນດີເຫັນພ້ອມ 5 ຂໍ້ ກ່ຽວກັບມຽນມາ, ຜັນຂະຫຍາຍຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ ທະເລຕາເວັນອອກ (DOC) ແລະ ສິ້ນສຸດການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ ບົນພື້ນຖານກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍ ທະເລ ປີ 1982.

ຕອບກັບ

ຂ່າວ/ບົດ​ອື່ນ