ຫວຽດນາມ ພ້ອມກັບບັນດາປະເທດຈະມານະພະຍາຍາມເພື່ອໃຫ້ອາຊຽນ ຊຸກຍູ້ບົດບາດໃຈກາງຢູ່ພາກພື້ນ

(VOVWORLD) -ປີ 2020, ຫວຽດນາມ ດ້ວຍບົດບາດເປັນປະທານອາຊຽນ ຈະມານະພະຍາຍາມສົມທົບກັບບັນດາປະເທດອາຊຽນ ມຸ່ງໄປເຖິງປະຊາຄົມສາມັກຄີ, ເປັນເອກະພາບ, ເສລີພາບ
ຫວຽດນາມ ພ້ອມກັບບັນດາປະເທດຈະມານະພະຍາຍາມເພື່ອໃຫ້ອາຊຽນ ຊຸກຍູ້ບົດບາດໃຈກາງຢູ່ພາກພື້ນ - ảnh 1 (ທ່ານພົນຈັດຕະວາ ຫວູຕ໊ຽນຈ້ອງ)

ເມື່ອຕອບສຳພາດຕໍ່ນັກຂ່າວ VOV ຫວ່າງມໍ່ໆມານີ້, ທ່ານພົນຈັດຕະວາ ຫວູຕ໊ຽນຈ້ອງ, ຫົວໜ້າສະຖາບັນພົວພັນກັບສາກົນ ກ່ຽວກັບການປ້ອງກັນຊາດ, ສັງກັດກະຊວງປ້ອງກັນປະເທດຫວຽດນາມ, ເນັ້ນໜັກວ່າ: ປີ 2020, ຫວຽດນາມ ດ້ວຍບົດບາດເປັນປະທານອາຊຽນ ຈະມານະພະຍາຍາມສົມທົບກັບບັນດາປະເທດອາຊຽນ ມຸ່ງໄປເຖິງປະຊາຄົມສາມັກຄີ, ເປັນເອກະພາບ, ເສລີພາບ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເປັນເຈົ້າຕົນເອງ. ສຳລັບການປ້ອງກັນຊາດ ການທະຫານ, ຫວຽດນາມ ໃຫ້ບຸລິມະສິດແກ່ເລື່ອງພ້ອມກັນພິນິດໄສບັນດາບັນຫາຄວາມໝັ້ນຄົງ. ບົນພື້ນຖານນັ້ນຈະວາງອອກບັນດາທິດທາງຮ່ວມມືຢ່າງຊັດເຈນກວ່າ. ທ່ານພົນຈັດຕະວາ ຫວູຕ໊ຽນຈ້ອງ, ໃຫ້ຮູ້ວ່າ.

          “ໃນປີ 2020, ເມື່ອຫວຽດນາມ ດຳລົງຕຳແໜ່ງປະທານອາຊຽນ, ພວກເຮົາຈະໃຫ້ບຸລິມະສິດຊຸກຍູູ້ຄວາມສາມັກຄີຂອງອາຊຽນ. ທີ 2 ແມ່ນຕິດພັນໜ້າທີ່ຄວາມຮັບຜິດຊອບລະຫວ່າງປະຊາຄົມກັບບັນດາປະເທດສະມາຊິກ ແລະ ຜົນປະໂຫຍດຂອງອາຊຽນ ກັບບັນດາປະເທດໃນພາກພື້ນ. ພວກເຮົາຄວນສ້າງກາລະໂອກາດໃຫ້ຫຼາຍກວ່າສິ່ງທ້າທາຍ, ມຸ່ງໄປເຖິງຄວາມສາມັກຄີແບບຍືນຍົງ ແລະ ເປັນເອກະພາບໃນອະນາຄົດ. ສະນັ້ນ, ປີ 2020, ຫວຽດນາມ ຈະມານະພະຍາຍາມພ້ອມກັບບັນດາປະເທດອາຊຽນ ມຸ່ງໄປເຖິງອາຊຽນ ແຫ່ງຄວາມສາມັກຄີ, ເປັນເອກະພາບ, ເສລີພາບ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເປັນເຈົ້າຕົນເອງ”.

ຕອບກັບ

ຂ່າວ/ບົດ​ອື່ນ