ຫວຽດນາມ ພ້ອມແລ້ວ ຕ້ອນຮັບແຫຼ່ງເງິນລົງທຶນຈາກເຢຍລະມັນ

ຫວຽດນາມ ພ້ອມແລ້ວ ຕ້ອນຮັບແຫຼ່ງເງິນລົງທຶນຈາກເຢຍລະມັນ - ảnh 1
(ພາບປະກອບ)

(vovworld) – ຕາມ​ກົມ​ລົງທຶນ​ຕ່າງປະ​ເທດ, ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ​ແລ້ວ, ການລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ​ເຢຍລະ​ມັນ ​ເຂົ້າຫວຽດນາມ ມີ​ທ່າ​​ເພີ່ມ​ຂຶ້ນ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້. ມາ​ຮອດ​ປະຈຸ​ບັນ, ​ເຢຍລະ​ມັນ ມີ 224 ​ໂຄງການ​ພວມລົງທຶນຢູ່ຫວຽດນາມ, ດ້ວຍ​ຈຳນວນທຶນ​ຈົດ​ທະບຽນ​ກວ່າ 1,340 ຕື້ USD, ຢືນ​ອັນ​ດັບ​ທີ 22/101 ປະ​ເທດ ​ແລະ ​ເຂດ​ແຂວ້ນທີ່​ລົງທຶນ​ເຂົ້າ​ຫວຽດນາມ. ຂໍ້​ສະ​ເໜີ​ສ້າງ​ຕັ້ງ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​​ຂອງ​ເຢຍລະ​ມັນ ປະຈຳ​ຫວຽດນາມ ພວມ​ໄດ້​ຍື່ນ​ສະ​ເໜີ​ຕໍ່​ລັດຖະບານ​ຫວຽດນາມ. ພາຍຫຼັງ​ຫ້​ອງການ​ດັ່ງກ່າວ​ໄດ້​ຮັບ​ການ​ສ້າງ​ຕັ້ງ, ​ການ​ເຄື່ອນ​ໄຫວການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ 2 ປະ​ເທດ​ອາດ​ຈະ​ເພີ່ມ​ຂຶ້ນ​ຢ່າງ​ແຮງ. ນີ້​ຈະ​ແມ່ນ​ກຳລັງ​ໜູນ​ຊຸກ​ຍູ້​ການ​ພົວພັນ​ລະຫວ່າງຫວຽດນາມ - ​ເຢຍລະມ​ັນຢ່າງ​ແຮງ. ​ທ່ານ Sigmar Gabriel, ຮອງນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ວ່າ​ການ​ກະຊວງ​ເສດຖະກິດ, ພະລັງງານ​ເຍຢລະ​ມັນ ​​ໃຫ້​ຮູ້​ວ່າ.

        “ບັນດາ​ວິ​ສາ​ຫະກິດ​ເຢຍລະ​ມັນ ພວມ​ເອົາ​ໃຈ​ໃສ່​ເຖິງ​ຫວຽດນາມ ຢ່າງ​ຫຼວງຫຼາຍ. ການ​ຟື້ນ​ຟູ​ພື້ນຖານ​ເສດຖະກິດ, ​ໃນ​ນັ້ນ​ຂະ​ແໜງ​ອຸ​ດສາ​ຫະກຳ ​ແລະ ກໍ່ສ້າງ, ພ້ອມ​ທັງ​ບັນດາ​ຄວາມ​ມານະ​ພະຍາຍາມ​ໃນ​ການ​ປະຕິ​ຮູບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ໄດ້​ຮັບ​ຖື​ວ່າ​ແມ່ນການ​ສົ່ງ​ເສີມ​ວິ​ສາ​ຫະກິດ​ຕ່າງ​ປ​ະ​ເທດ, ລວມທັງ​ວິ​ສາ​ຫະກິດ​ເຢຍລະ​ມັນ​ ລົງທຶນຢູ່​ຫວຽດນາມ. ຫວຽດນາມ​ ມີ​ບັນດາ​ລະບຽບ​ການ​ອະນຸຍາດ​​ການລົງທຶນ​ ​ແລະ ລະບົບ​ກົດໝາຍ​ຈະ​ແຈ້ງ, ພື້ນຖານ​ໂຄງ​ລ່າງ​ສະ​ດວກ… ຈະ​ດຶງ​ດູດ​​ບັນດາກຸ່ມ​ບໍລິສັດ​ໃຫຍ່ ​ແລະ ອາດ​ຈະ​ດຶງ​ດູດ​ໄດ້​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​ຂອງ​ເຢຍລະ​ມັນ ​ເຂົ້າ​ມາລົງທຶນ​ຢ່າງ​ຍາ​ວນານ​ໄດ້.”


ຂ່າວ/ບົດ​ອື່ນ