ຫວຽດນາມ ພ້ອມແລ້ວ ທີ່ຈະຊ່ວຍເຫຼືອ ອິນໂດເນເຊຍ ຊອກຫາເຮືອບິນທີ່ບໍ່ສາມາດຕິດຕໍ່ສື່ສານໄດ້

ຫວຽດນາມ ພ້ອມແລ້ວ ທີ່ຈະຊ່ວຍເຫຼືອ ອິນໂດເນເຊຍ ຊອກຫາເຮືອບິນທີ່ບໍ່ສາມາດຕິດຕໍ່ສື່ສານໄດ້ - ảnh 1
(ພາບປະກອບ)

(vovworld) – ​​ໂດຍ​ໄດ້​ຮັບ​ຂ່າວ​ວ່າ, ​ເຮືອບິນ​​ເລ​ກ QZ 8501 ຂອງ​ບໍລິສັດ​ການບິນ AirAsia ບໍ່​ສາມາດ​ຕິດ​ຕໍ່ສື່ສານໄດ​້​ໃນ​ຕອນ​ເຊົ້າ​ວັນ​ທີ 28/12, ພ້ອ​ມກັບ​ຜູ້​ໂດຍສານ 155 ຄົນ ​ແລະ ຈຸ​ບິນ. ວັນ​ທີ 28/12, ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິນ ​ໄດ້​ໂທລະສັບຫາທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ Retna Marsudi ​ເພື່ອ​ຢື້​ຢາມ​ຖາມ​ຂ່າວ ​ແລະ ​ແບ່ງ​ປັບ​ຄວາມ​ເປັນ​ຫ່ວງ​ໃຫຍ່​ຢ່າງ​ເລິກ​ເຊິ່ງກັບ​ຄອບຄົວ ​ແລະ ຍາດຕິ​ພີ່​ນ້ອງ​ຂອງຜູ້​ໂດຍສານ​ໃນ​ຖ້ຽວ​ບິນ​ດັ່ງກ່າວ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິນ ຢືນຢັນ​ວ່າ, ຫວຽດນາມ ພ້ອມ​​ແລ້ວທີ່​ຈະ​ໃຫ້ການ​ຊ່ວຍ​ເຫຼືອ​ອິນ​ໂດ​ເນ​ເຊຍ ​ໃນ​ຄວາມ​ມານະ​ພະຍາຍາມ​ຊອກ​ຫາ​ເຮືອ​ບິນລຳ​ດັ່ງກ່າວຖ້າ​ຫາກ​ມີ​ຄຳ​ສະ​ເໜີ. ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ Retna Marsudi ​ໄດ້​ແຈ້ງ​ໃຫ້​ຊາບ​ສະພາບ​ການ​ໃໝ່​ສຸດ​ຂອງເຫດການ ​ແລະ ສະ​ແດງ​ຄວາມ​ຂອບ​ໃຈ​ທ່ານຮອງ​ນາຍົກລັດຖະມົນຕີ ຟ້າ​ມບິ່ງ​ມິນ ​ໄດ້​ໂທລະສັບ​ມາ​ຢື້​ຢາມ​ຖາມ​ຂ່າວ.

        ຕອນ​ເຊົ້າ​ວັນ​ທີ 29/12, ອິນ​ໂດ​ເນ​ເຊຍ ​ເຊື່ອມ​ຕໍ່​ການ​ຊອກ​ຫາ​ເຮືອບິນ​ຂອງບໍລິສັດ​ການບິນ AirAsia ຖືກ​ຫາຍ​ສາບ​ສູນ​ຢູ່​ທະ​ເລ Java.

ຂ່າວ/ບົດ​ອື່ນ