ຫວຽດນາມ ພ້ອມແລ້ວ ແບ່ງປັນບົດຮຽນໃນບັນຫາສິ່ງແວດລ້ອມ

ຫວຽດນາມ ພ້ອມແລ້ວ ແບ່ງປັນບົດຮຽນໃນບັນຫາສິ່ງແວດລ້ອມ - ảnh 1
(ທ່ານ​ປະທານ​ປະ​ເທດ​ ​ເຈືອງ​ເຕີນ​ຊາງ ​​ຕ້ອນຮັບ​ຄະນະ​ຜູ້​ແທນ​ເຂົ້າ​ຮ່ວມ​
ກອງ​ປະຊຸມ​ໂຕະມົນ​ປະທານ​ສານ​ບັນດາ​ປະ​ເທດ​ອາ​ຊຽນ ຄັ້ງ​ທີ 4)

(vovworld) – ຕອນ​ບ່າຍ​ວັນທີ 13/12, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໂຕະມົນປະທານ​ສານ​ບັນດາ​ປະ​ເທດ​ອາ​ຊຽນ ຄັ້ງ​ທີ 4 ກ່ຽວ​ກັບ​ບັນຫາ​ສິ່ງ​ແວດ​ລ້ອມ ​ເຊິ່ງຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ​ໃນ​ລະຫວ່າງ​ວັນ​ທີ 13 – 14/12. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ ປາດ​ຖະໜາ​ວ່າ, ກອງ​ປະຊຸມ​ຈະ​ມີ​ຂໍ້​ລິ​ເລີມ​ຫຼາຍ​ຢ່າງ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຢ່າງ​ໝັ້ນຄົງ ​ແລະ ວັດທະນາ​ຖາວອນ​ຂອງ​ພາກ​ພື້ນ​ອາ​ຊຽນກວ່າ​ອີກ ​ແລະ ຢືນຢັນ​ວ່າ ຫວຽດນາມ ພ້ອມ​ແລ້ວ​ຈະ​ແບ່ງປັນ​ບົດຮຽນ ​ແລະ ຖອດ​ຖອນ​ບົດຮຽນ​ນຳບັນດາ​ປະ​ເທດ​ໃນ​ການ​ປົກ​ປັກ​ຮັກສາ​ວິ່ງ​ແວດ​ລ້ອມ ກໍ່​ຄື​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ທ່ານ​ປະທານ​ປະ​ເທດ​ເຊື່ອ​ໝັ້ນ​ວ່າ, ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ສະມາຊິກ​ຢ່າງ​ແໜ້ນ​ແຟ້ນ ຈະ​ປະກອບສ່ວນ​ຍົກ​ສູງ​ບົດບາດ​ທີ່​ຕັ້ງ​ຂອງ​ບັນດາ​ປະທານ​ສານ ​ແລະ ການ​ເຊື່ອມ​ຕໍ່​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍທາງ​ດ້ານສິ່ງ​ແວດ​ລ້ອມ​ໃນ​ອະນາຄົດ.


ຂ່າວ/ບົດ​ອື່ນ