ຫວຽດນາມ ພ້ອມແລ້ວຈະສົມທົບກັບ ອາເມລິກາ ຈັດປີ APEC 2023 ໃຫ້ບັນລຸຜົນສຳເລັດ

(VOVWORLD) -ທ່ານ ບຸຍແທັງເຊີນ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນດ້ານການຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫັນປ່ຽນພະລັງງານ
ຫວຽດນາມ ພ້ອມແລ້ວຈະສົມທົບກັບ ອາເມລິກາ ຈັດປີ APEC 2023 ໃຫ້ບັນລຸຜົນສຳເລັດ - ảnh 1ທ່ານ ບຸຍແທັງເຊີນ, ລັດຖະມົນຕີການຕ່າງປະເທດຕ້ອນຮັບທ່ານນາງ Katherine Tai, ຜູ້ຕາງໜ້າດ້ານການຄ້າ ອາເມລິກາ
(ພາບ: ກະຊວງການຕ່າງປະເທດ)

        ວັນທີ 13 ກຸມພາ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານນາງ Katherine Tai, ຜູ້ຕາງໜ້າດ້ານການຄ້າ ອາເມລິກາ, ທ່ານ ບຸຍແທັງເຊີນ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນດ້ານການຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫັນປ່ຽນພະລັງງານ, ຫັນເປັນດີຈີຕອນ ແລະ ການເຕີບໂຕສີຂຽວ; ສະເໜີໃຫ້ ອາເມລິກາ ຫັນບັນດາຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ແລະ ບັນດາປະເທດຜັນຂະຫຍາຍຂໍ້ຕົກລົງສາກົນກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃຫ້ປະກົດຜົນເປັນຈິງ, ໃນນັ້ນ, ມີຖະແຫຼງການກ່ຽວກັບຄູ່ຮ່ວມມືຫັນປ່ຽນພະລັງງານດ້ວຍຄວາມຍຸຕິທຳ. ທ່ານລັດຖະມົນຕີ ບຸຍແທັງເຊີນ ກໍ່ຢືນຢັນເລື່ອງ ຫວຽດນາມ ພ້ອມແລ້ວທີ່ຈະສົມທົບກັບ ອາເມລິກາ ເພື່ອຈັດປີ APEC 2023 ໃຫ້ບັນລຸຜົນສຳເລັດ.

        ສ່ວນທ່ານນາງ Katherine Tai, ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ໄດ້ເນັ້ນໜັກເຖິງຄວາມໝາຍສຳຄັນຂອງເລື່ອງຊຸກຍູ້ການຄ້າເສລີ, ເປີດກວ້າງ, ຍຸຕິທຳ, ໂດຍອີງໃສ່ກົດໝາຍສາກົນ ແລະ ເພີ່ມມະວີການເຕີບໂຕແບບຍືນຍົງ, ກວມລວມຢູ່ພາກພື້ນ, ໃນນັ້ນ, ບັນດາປະເທດ ອາຊຽນ ສວມບົດບາດໃຈກາງ.

ຕອບກັບ

ຂ່າວ/ບົດ​ອື່ນ