ຫວຽດນາມ ພ້ອມແລ້ວທີ່ຈະຈັດຕັ້ງກອງປະຊຸມ GMS6 ແລະ CLV 10

(VOVWORLD) - ຕອນເຊົ້າວັນທີ 07 ມີນາ ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກໄດ້ເປັນປະທານກອງປະຊຸມກ່ຽວກັບວຽກງານກະກຽມໃຫ້ກອງປະຊຸມສຸດຍອດຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງຄັ້ງທີ 6 (GMS6) ແລະ ກອງປະຊຸມສຸດຍອດຮ່ວມມືເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 10 (CLV 10) ຊຶ່ງຈະຈັດຕັ້ງແຕ່ວັນທີ 29 – 31 ມີນາ 2018 ຢູ່ ຮ່າໂນ້ຍ.

         ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ພາຍຫລັງຜົນສຳເລັດຂອງກອງປະຊຸມ APEC 2017, ນີ້ແມ່ນໜຶ່ງໃນບັນດາເຫດການຫລາຍຝ່າຍໃຫຍ່ສຸດ ທີ່ໄດ້ຈັດຕັ້ງຢູ່ ຫວຽດນາມ ໃນປີ 2018. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ນຳວຽກງານກະກຽມທັງດ້ານເນື້ອໃນ ແລະ ທັງວຽກງານຮັບໃຊ້, ພິທີຕ້ອນຮັບ ບໍ່ຄວນຖືເບົາ, ຕ້ອງລະມັດລະວັງ ຮັບປະກັນການຈັດຕັ້ງບັນດາກອງປະຊຸມສຳຄັນນີ້ຢ່າງສຳເລັດຜົນ ແລະ ຢັ້ງຢືນທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງນັບມື້ນັບສູງຂອງ ຫວຽດນາມ ໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ