ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດ​ຍອດ ອາ​ຊ​ຽນ ຄັ້ງ​ທີ 37

(VOVWORLD) -  ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ຈະດຳເນີນຢູ່ ຮ່າໂນ້ຍ ຕາມຮູບການທາງອອນລາຍ ແຕ່ວັນທີ 12 ຫາວັນທີ 15 ພະຈິກ. 
ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດ​ຍອດ ອາ​ຊ​ຽນ ຄັ້ງ​ທີ 37 - ảnh 1ທ່ານພົນໂທ ບຸ່ຍວັນນາມ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: baoquocte.vn) 

ຕອນບ່າຍວັນທີ 8 ພະຈິກ, ຢູ່ຮ່າໂນ້ຍ, ທ່ານພົນໂທ ບຸ່ຍວັນນາມ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ; ຫົວໜ້າອະນຸກຳມະການປ້ອງກັນຄວາມສະຫງົບ - ສາທາລະນະສຸກ ອາຊຽນ 2020 ໄດ້ລົງກວດກາ, ສຳຫຼວດວຽກງານກະກຽມ, ຈັດຕັ້ງກອງປະຊຸມສຸດຍອດ ສະມາຄົມບັນດາປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 37 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ.

        ທ່ານຮອງລັດຖະມົນຕີ ບຸ່ຍວັນນາມ ສະເໜີໃຫ້ບັນດາອົງການ, ຫົວໜ່ວຍທີ່ເປັນສະມາຊິກຂອງອະນຸຄະນະກຳມະການ ຕ້ອງອັບເດດ, ກຳແໜ້ນໄດ້ຂໍ້ມູນຂ່າວສານ ແລະ ສະພາບການຢ່າງເປັນປະຈຳ, ຕີລາຄາສຳຫຼວດກວດຄືນ, ປັບປຸງບັນດາແຜນການ, ການຮັບມື ແລະ ແກ້ໄຂບັນດາກໍລະນີທີ່ອາດຈະເກີດຂຶ້ນໃໝ່ໄດ້ຢ່າງທັນການ.

        ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ຈະດຳເນີນຢູ່ ຮ່າໂນ້ຍ ຕາມຮູບການທາງອອນລາຍ ແຕ່ວັນທີ 12 ຫາວັນທີ 15 ພະຈິກ. ນີ້ແມ່ນເຫດການການເມືອງ, ການຕ່າງປະເທດສຳຄັນແຖວໜ້າ, ມີຄວາມໝາຍພິເສດ ແລະ ກໍແມ່ນເຫດການສິ້ນສຸດອາຍຸການປະທານ ອາຊຽນ 2020 ຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ