ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​​ຕັ້ງ​ໜ້າກວ່າ​ໃນ​ການເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ ຂອງ UNICEF ໃນ​ລະ​ດັບ​ທົ່ວ​ໂລກ​

(VOVWORLD) -  ວັນທີ 29 ພະຈິກ, ຢູ່ສຳນັກງານ UNICEF, ນິວຢອກ, ອາເມລິກາ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ມີການເຮັດວຽກກັບທ່ານນາງ Catherine Russell, ຜູ້ອຳນວຍການ ບໍລິຫານກອງທຶນ ສປຊ ເພື່ອເດັກນ້ອຍ. 
ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​​ຕັ້ງ​ໜ້າກວ່າ​ໃນ​ການເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ ຂອງ UNICEF ໃນ​ລະ​ດັບ​ທົ່ວ​ໂລກ​ - ảnh 1ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ມີການເຮັດວຽກກັບທ່ານນາງ Catherine Russell, ຜູ້ອຳນວຍການ ບໍລິຫານກອງທຶນ ສປຊ ເພື່ອເດັກນ້ອຍ (ພາບ: VOV)

ນະທີ່ນີ້ ທ່ານນາງ Catherine Russell ໄດ້ຮັບຮູ້ການປະກອບສ່ວນຢ່າງຕັ້ງໜ້າຂອງ ຫວຽດນາມ ເຂົ້າໃນວຽກງານລວມຂອງ UNICEF; ພ້ອມທັງຢັ້ງຢືນວ່າ UNICEF ຈະຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການໜູນຊ່ວຍເດັກນ້ອຍ, ໂດຍສະເພາະແມ່ນເດັກນ້ອຍຊົນເຜົ່າສ່ວນໜ້ອຍ, ເຂດຫ່າງໄກສອກຫຼີກ, ຮັບປະກັນບໍ່ປະໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ. ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ກໍສະແດງຄວາມຂອບໃຈຕໍ່ການໜູນຊ່ວຍຂອງ UNICEF ໃນການຜັນຂະຫຍາຍນະໂຍບາຍເພື່ອເດັກນ້ອຍ ຢູ່ ຫວຽດນາມ, ກໍຄືການໜູນຊ່ວຍວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ການສັກວັກຊິນຢ່າງທົ່ວເຖິງຜ່ານໂຄງການ COVAX ແລະ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເຂົ້າຮ່ວມບັນດາຍຸດທະສາດ, ໂຄງການ ແລະ ກິດຈະກຳຕ່າງໆຂອງ UNICEF ໃນລະບົບທົ່ວໂລກຢ່າງຕັ້ງໜ້າ ແລະ ແທດຈິງກວ່າອີກ.

ນັກຂ່າວ VOV ປະຈຳ ອາເມລິກາ


ຕອບກັບ

ຂ່າວ/ບົດ​ອື່ນ