ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບຈີນ ແລະ ບັນດາປະເທດຊຸກຍູ້ການພົວພັນດານການຄ້າບໍລິການເວົ້າລວມແລະເສດຖະກິດດີຈີຕອນເວົ້າສະເພາະ

(VOVWORLD) -ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບຈີນ ແລະ ບັນດາປະເທດຊຸກຍູ້ການພົວພັນດານການຄ້າເວົ້າລວມ ແລະ ເສດຖະກິດດີຈີຕອນເວົ້າສະເພາະຕາມທິດເປີດເຜີຍ
ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບຈີນ ແລະ ບັນດາປະເທດຊຸກຍູ້ການພົວພັນດານການຄ້າບໍລິການເວົ້າລວມແລະເສດຖະກິດດີຈີຕອນເວົ້າສະເພາະ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ
(ພາບ: VGP)

ຕອນຄ່ຳວັນທີ 02 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ກ່າວຄຳເຫັນທີ່ກອງປະຊຸມສຸດຍອດການຄ້າບໍລິການທົ່ວໂລກປີ 2021 ໂດຍກະຊວງການຄ້າ ຈີນ ແລະ ອຳນາດການປົກຄອງນະຄອນ ປັກກິງ ພ້ອມກັນຈັດຂຶ້ນແບບທາງໄກ. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີໄດ້ຕີລາຄາສູງກອງປະຊຸມດ້ວຍຫົວຂໍ້ “ຫັນເປັນດີຈີຕອນເປີດອະນາຄົດ, ການບໍລິການຊຸກຍູ້ການພັດທະນາ”, ພ້ອມທັງເນັ້ນໜັກວ່າ, ໂດຍແມ່ນພື້ນຖານເສດຖະກິດພັດທະນາຢ່າງຂະຫຍັນຂັນເຄື່ອນໃນອາຊຽນ, ມີຄວາມສາມດບົ່ມຊ້ອນພັດທະນາເສດຖະກິດດີຈີຕອນ, ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບຈີນ ແລະ ບັນດາປະເທດຊຸກຍູ້ການພົວພັນດານການຄ້າເວົ້າລວມ ແລະ ເສດຖະກິດດີຈີຕອນເວົ້າສະເພາະຕາມທິດເປີດເຜີຍ, ເຄົາລົບ, ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ… ບົນຈິດໃຈນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຍົກອອກ 5 ຂໍ້ສະເໜີວ່າ:

        “ທີ 1 ແມ່ນ, ບັນດາປະເທດຕ້ອງນຳໃຊ້ການຫັນເປັນດີຈີຕອນເພື່ອຍູ້ໄວການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ 2030 ຂອງສະຫະປະຊາຊາດ. ທີ 2 ແມ່ນ,ເພີ່ມທະວີບົດບາດຂອງບັນດາຂໍ້ຕົກລົງສາກົນໃນການຮ່ວມມືດ້ານເຕັກໂນໂລຊີດີຈີຕອນ ແລະ ເສດຖະກິດດີຈີຕອນກວ່າອີກ. ທີ 3 ແມ່ນ, ເອົາໃຈໃສ່ເຖິງການຮ່ວມມືສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນຂົງເຂດວິທະຍາສາດເຕັກໂນໂລຊີ. ທີ 4 ແມ່ນ, ຍົກສູງບົດບາດຂອງເຕັກໂນໂລຊີດີຈີຕອນໃນການຫັນການຄ້າເປັນສະດວກ, ຮັບປະກັນໃຫ້ລະບົບສະໜອງບໍ່ຖືກຕັດຕອນໃນສະພາບເກີດໂລກລະບາດໂຄວິດ-19. ທີ 5 ແມ່ນ, ເພີ່ມທະວີການຄ້າເອເລັກໂຕນິກຂ້າມຊາຍແດນ ບົນພື້ນຖານສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຜ່ານນັ້ນຊຸກຍູ້ການສົ່ງອອກ”.

ຕອບກັບ

ຂ່າວ/ບົດ​ອື່ນ