ຫວຽດນາມ ພ້ອມແລ້ວທີ່ຈະຮັບດໍາລົງຕໍາແໜ່ງເປັນປະທານ ອາຊຽນ ໃນປີ 2020

(VOVWORLD) -ທ່ານນາຍົກລັດຖະມົນຕີ ກໍຢັ້ງຢືນວ່າ “ປະຊາຄົມພ້ອມກັນມີຈີນຕະນາການ ແລະ ກະທໍານໍາກັນ” ແມ່ນສິ່ງທີ່ຈໍາເປັນທີ່ສຸດຂອງ ອາຊຽນ ເພື່ອກໍ່ສ້າງປະຊາຄົມສໍາເລັດຜົນ.
ຫວຽດນາມ ພ້ອມແລ້ວທີ່ຈະຮັບດໍາລົງຕໍາແໜ່ງເປັນປະທານ ອາຊຽນ ໃນປີ 2020 - ảnh 1  ທ່ານຮອງລັດຖະມົນຕີຫວຽດນາມ ຫງວຽນກວັກຢຸງ (ພາບ: TTXVN)

  ເນື່ອງໃນໂອກາດ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມກ່ຽວຂ້ອງ ທີ່ຈັດຂຶ້ນຢູ່ບາງກອກ, ປະເທດໄທ ໃນລະຫວ່າງວັນທີ 2 – 4 ພະຈິກ ແລະ ພິທີມອບ-ຮັບຕໍາແໜ່ງເປັນປະທານຂອງຫວຽດນາມ ຕໍ່ຈາກໄທ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ ໄດ້ຕອບສໍາພາດຕໍ່ສື່ມວນຊົນ ກ່ຽວກັບບັນດາໝາກຜົນພົ້ນເດັ່ນຂອງກອງປະຊຸມ ແລະ ບັນດາວຽກງານເຊິ່ງ ຫວຽດນາມ ຈະຜັນຂະຫຍາຍເມື່ອຮັບດໍາລົງຕໍາແໜ່ງເປັນປະທານ ອາຊຽນ ໃນປີ 2020.

        ທ່ານຮອງລັດຖະມົນຕີຫວຽດນາມ ຫງວຽນກວັກຢຸງ ໃຫ້ຮູ້ວ່າ ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມີບັນດາຄໍາເຫັນປະກອບທີ່ສໍາຄັນ ແລະ ຍົກອອກບັນດາຂໍ້ສະເໜີແນະລະອຽດ ເພື່ອຊຸກຍູ້ວິວັດທະນາການກໍ່ສ້າງປະຊາຄົມ, ຍູ້ແຮງການຮ່ວມສໍາພັນເສດຖະກິດ ແລະ ການເຊື່ອມຕໍ່; ຍົກສູງຄວາມສາມັກຄີຂອງ ອາຊຽນ ແລະ ກໍ່ສ້າງສາຍພົວພັນຕ່າງຝ່າຍຕ່າງມີຜົນປະໂຫຍດ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື; ຢັ້ງຢືນຄືນໃໝ່່ຫຼັກໝັ້ນອັນຈະແຈ້ງ ແລະ ສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການປົກປັກຮັກສາເອກະລາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ ອັນໄດ້ຮັບຄວາມຊົມເຊີມ ແລະ ສະໜັບສະໜູນຈາກບັນດາປະເທດ.

        ສານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເມື່ອຮັບດໍາລົງຕໍາແໜ່ງເປັນປະທານ ອາຊຽນ ນັ້ນ ແມ່ນ ຫວຽດນາມ ໄດ້ກຽມພ້ອມດ້ວຍສະຕິຄວາມຮັບຜິດຊອບສູງສຸດ ເພື່ອຮັບດໍາລົງຖານະບົດບາດເປັນປະທານ ອາຊຽນ ໃນປີ 2020, ຕ້ອນຮັບບັນດາປະເທດມາຫວຽດນາມ ໃນປີ 2020. ທ່ານນາຍົກລັດຖະມົນຕີ ກໍຢັ້ງຢືນວ່າ “ປະຊາຄົມພ້ອມກັນມີຈີນຕະນາການ ແລະ ກະທໍານໍາກັນ” ແມ່ນສິ່ງທີ່ຈໍາເປັນທີ່ສຸດຂອງ ອາຊຽນ ເພື່ອກໍ່ສ້າງປະຊາຄົມສໍາເລັດຜົນ.

ກ່ຽວກັບບັນດາວຽກງານທີ່ຈະຜັນຂະຫຍາຍໃນໄລຍະຈະມາເຖິງ ດ້ວຍຖານະບົດບາດເປັນປະທານ ອາຊຽນ, ຫວຽດນາມ ຈະສຸມໃສ່່ວຽກງານການກະກຽມໃຫ້ແກ່ກອງປະຊຸມວົງແຄບບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ເຊິ່ງຈະດໍາເນີນໃນເດືອນມັງກອນ ປີ 2020 ຢູ່ ນະຄອນຍາຈາງ, ແຂວງແຄ໊ງຮວ່າຂອງຫວຽດນາມ. ນີ້ແມ່ນເຫດການທໍາອິດ, ມີຂອບຂະໜາດໃຫຍ່, ເປີດສາກໃຫ້ແກ່ປີ ປະທານ ອາຊຽນ 2020, ດ້ວຍຈຸດສຸມແມ່ນຕົກລົງເປັນເອກະພາບບັນດາການກໍານົດທິດ, ບຸລິມະສິດອັນລຸລ່ວງໃນປີ 2020 ຂອງ ອາຊຽນ ພາຍໃຕ້ການເປັນປະທານ ແລະ ການບໍລິຫານຂອງຫວຽດນາມ. ພ້ອມກັນນັ້ນ, ຫວຽດນາມ ກໍຈະສືບຕໍ່ພັດທະນາບັນດາແນວຄວາມຄິດ, ຂໍ້ລິເລີ່ມທີ່ໄດ້ວາງອອກໃຫ້ແກ່ປີເປັນປະທານ, ສ້າງຄວາມເຫັນດີເຫັນພ້ອມໃນ ອາຊຽນ ເພື່ອນໍາເອົາຜັນຂະຫຍາຍໃນພຶດຕິກໍາຕົວຈິງ. 

ຕອບກັບ

ຂ່າວ/ບົດ​ອື່ນ