ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມແຮງຮ່ວມໃຈນຳໃຊ້ແຫຼ່ງນ້ຳແມ່ນ້ຳຂອງຢ່າງມີປະສິດທິຜົນ, ໝັ້ນຄົງ

(VOVWORLD) - ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມແຮງຮ່ວມໃຈພ້ອມກັບບັນດາປະເທດແຄມແມ່ນ້ຳຂອງ ເພີ່ມທະວີການຮ່ວມມື ແນໃສ່ຄຸ້ມຄອງ, ນຳໃຊ້ແຫຼ່ງນ້ຳແມ່ນ້ຳຂອງຢ່າງມີປະສິດທິຜົນ, ຍືນຍົງ, ທັງຮັບປະກັນຄວາມກົມກຽວທາງດ້ານຜົນປະໂຫຍດຂອງບັນດາປະເທດແຄມແມ່ນ້ຳ, ທັງບໍ່ມີຜົນກະທົບຫຍໍ້ທໍ້ຕໍ່ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນທີ່ດຳເນີນຊີວິດຢູ່ໃນເຂດ.
ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມແຮງຮ່ວມໃຈນຳໃຊ້ແຫຼ່ງນ້ຳແມ່ນ້ຳຂອງຢ່າງມີປະສິດທິຜົນ, ໝັ້ນຄົງ - ảnh 1 ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)

ຕອນບ່າຍວັນທີ 14 ພຶດສະພາ, ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມຂອງນັກຂ່າວທີ່ກ່ຽວຂ້ອງເຖິງເລື່ອງ ລາວ ຈະຜັນຂະຫຍາຍກໍ່ສ້າງເຂື່ອນໄຟຟ້ານ້ຳຕົກທີ 6 ຢູ່ຊະນະຄາມ ໃນລຳແມ່ນ້ຳຂອງໃນປີນີ້, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

        “ແມ່ນປະເທດຢູ່ຍ່ານລຸ່ມແມ່ນ້ຳຂອງ, ຫວຽດນາມ ເອົາໃຈໃສ່ທີ່ສຸດເຖິງການກະທົບຂ້າມຊາດຂອງບັນດາກິດຈະການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກຢູ່ລຳແມ່ນ້ຳຂອງ. ພວກຂ້າພະເຈົ້າໄດ້ຊີ້ແຈ້ງມາເປັນຫລາຍຄັ້ງແລ້ວ, ບັນດາປະເທດມີຜົນປະໂຫຍດອັນຊອບທຳໃນການນຳໃຊ້ຊັບພະຍາກອນນ້ຳແມ່ນ້ຳຂອງ ເພື່ອພັດທະນາ, ພ້ອມກັນນັ້ນກໍ່ຕ້ອງມີຄວາມຮັບຜິດຊອບຮ່ວມກັນໃນການນຳໃຊ້ແມ່ນ້ຳຂອງແບບຍືນຍົງ. ເລື່ອງພັດທະນາບັນດາກິດຈະການຢູ່ລຳແມ່ນ້ຳຂອງ ຄວນຮັບປະກັນວ່າ ບໍ່ມີຜົນກະທົບຫຍໍ້ທໍ້, ລວມທັງບັນດາການກະທົບຂ້າມຊາຍແດນຕໍ່ສິ່ງແວດລ້ອມ, ຊີວິດ, ເສດຖະກິດ, ສັງຄົມຂອງບັນດາປະເທດແຄມແມ່ນ້ຳ, ເປັນຕົ້ນແມ່ນບັນດາປະເທດຢູ່ຍ່ານລຸ່ມ ໃຫ້ຖືກຕາມທຳນຽມສາກົນ ແລະ ຂໍ້ກຳນົດຂອງຄະນະກຳມາທິການແມ່ນ້ຳຂອງສາກົນ. ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມແຮງຮ່ວມໃຈພ້ອມກັບບັນດາປະເທດແຄມແມ່ນ້ຳຂອງ ເພີ່ມທະວີການຮ່ວມມື ແນໃສ່ຄຸ້ມຄອງ, ນຳໃຊ້ແຫຼ່ງນ້ຳແມ່ນ້ຳຂອງຢ່າງມີປະສິດທິຜົນ, ຍືນຍົງ, ທັງຮັບປະກັນຄວາມກົມກຽວທາງດ້ານຜົນປະໂຫຍດຂອງບັນດາປະເທດແຄມແມ່ນ້ຳ, ທັງບໍ່ມີຜົນກະທົບຫຍໍ້ທໍ້ຕໍ່ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນທີ່ດຳເນີນຊີວິດຢູ່ໃນເຂດ.”

ຕອບກັບ

ຂ່າວ/ບົດ​ອື່ນ