ຫວຽດ​ນ​າມ ​ພ້ອມ​ແລ້ວ​ທີ່​ຈະ​ແບ່ງ​ປັນ​ບົດ​ຮ​ຽນ​ໃນ​ກ​ານ​ພັດ​ທະ​ນາ​ກັບ ກົດ​ດີ​ວົ​ວ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໃຫ້ຮູ້ວ່າ ລັດຖະບານ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນກັບ ກົດດີວົວໃນການສ້າງຍຸດທະສາດພັດທະນາກໍ່ຄືການຜັນຂະຫຍາຍລັດຖະບານເອເລັກໂຕນິກ, ເສດຖະກິດດີຈີຕອນ, ກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງ…
ຫວຽດ​ນ​າມ ​ພ້ອມ​ແລ້ວ​ທີ່​ຈະ​ແບ່ງ​ປັນ​ບົດ​ຮ​ຽນ​ໃນ​ກ​ານ​ພັດ​ທະ​ນາ​ກັບ ກົດ​ດີ​ວົ​ວ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ 

ຕອນບ່າຍວັນທີ 31 ພຶດສະພາ, ທີ່ການຕ້ອນຮັບຄະນະພະນັກງານຂັ້ນສູງລັດຖະບານ ກົດດີວົວ ໂດຍທ່ານ Achi Patrick, ລັດຖະມົນຕີ, ເລຂານຸການ, ຫົວໜ້າຫ້ອງວ່າການປະທານາທິບໍດີ ກົດດີວົວ ເປັນຫົວໜ້າຄະນະ, ເຊິ່ງພວມມີການຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໃຫ້ຮູ້ວ່າ ລັດຖະບານ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນກັບ ກົດດີວົວໃນການສ້າງຍຸດທະສາດພັດທະນາກໍ່ຄືການຜັນຂະຫຍາຍລັດຖະບານເອເລັກໂຕນິກ, ເສດຖະກິດດີຈີຕອນ, ກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງ… ທ່ານຮອງນາຍົກລັດຖະມົນຕີ ໄດ້ເອົາໃຈໃສ່ເປັນພິເສດເຖິງບົດບາດສຳຄັນຂອງການພັດທະນາເຄືອຂ່າຍພື້ນຖານໂຄງລ່າງເຕັກໂນໂລຢີຂໍ້ມູນຂ່າວສານ, ພັດທະນາການສຶກສາ, ບຳລຸງສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງເພື່ອໝູນໃຊ້ໂອກາດທີ່ມາຈາກການປະຕິວັດອຸດສາຫະກຳຄັ້ງທີ່ 4.

ສ່ວນທ່ານ Achi Patrick ໃຫ້ຮູ້ວ່າເປົ້າໝາຍຂອງການຢ້ຽມຢາມຂອງຄະນະໃນຄັ້ງນີ້ເພື່ອແນໃສ່ແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບການສ້າງຍຸດທະສາດພັດທະນາ, ຜັນຂະຫຍາຍລັດຖະບານເອເລັກໂຕນິກ, ເສດຖະກິດດີຈີຕອນ, ກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງຂອງ ຫວຽດນາມ. ສະແດງຄວາມປາດຖະໜາຢາກຍູ້ແຮງການຮ່ວມມືລົງທຶນລະຫວ່າງບັນດາວິສາຫະກິດ 2 ປະເທດເພື່ອລົງທຶນເຂົ້າການພັດທະນາຂົງເຂດກະສິກຳ, ປຸງແຕ່ງຜະລິດຕະພັນກະເສດ, ການຜະລິດ…

ຕອບກັບ

ຂ່າວ/ບົດ​ອື່ນ