ຫວຽດ​ນາມ ພ້​ອມ​ແລ້ວ​ທີ່​ຈະ​ໃຫ້​ການ​ຮ່ວມ​ມື​ເພື່ອ​ຮັກ​ສາ​ສະ​ຖຽນ​ລ​ະ​ພາບ ແລະ ສັນ​ຕິ​ພາບ​ໃນ​ໂລກ

(VOVWORLD) - ທ່ານລັດຖະມົນຕີ ໂຕເລິມ ປາດຖະໜາວ່າ ຈະສືບຕໍ່ໄດ້ຮຽນຮູ້ປະສົບການຈາກເພື່ອນມິດສາກົນ ກໍຄື ພ້ອມແລ້ວທີ່ຈະຮ່ວມມື, ແບ່ງປັນບົດຮຽນປະສົບການກັບບັນດາອົງການປະຕິບັດກົດໝາຍ, ບັນດາອົງການຈັດຕັ້ງສາກົນເພື່ອພ້ອມກັນເພີ່ມທະວີແຫຼ່ງກຳລັງ, ຄວາມສາມາດໃນການຮັບປະກັນຄວາມໝັ້ນຄົງແຫ່ງຊາດ ແລະ ການພັດທະນາເສດຖະກິດ - ສັງຄົມ ແບບຍືນຍົງ, ປະກອບສ່ວນຮັກສາສະຖຽນລະພາບ, ສັນຕິພາບໃນໂລກ, ພາກພື້ນ ແລະ ແຕ່ລະປະເທດ.  
ຫວຽດ​ນາມ ພ້​ອມ​ແລ້ວ​ທີ່​ຈະ​ໃຫ້​ການ​ຮ່ວມ​ມື​ເພື່ອ​ຮັກ​ສາ​ສະ​ຖຽນ​ລ​ະ​ພາບ ແລະ ສັນ​ຕິ​ພາບ​ໃນ​ໂລກ - ảnh 1 ກອງປະຊຸມສາກົນຄັ້ງທີ XI ການນຳຂັ້ນສູງຮັບຜິດຊອບວຽກງານຄວາມໝັ້ນຄົງ (ພາບ: TTXVN)

ວາລະປະຊຸມຄົບຄະນະ ກອງປະຊຸມສາກົນຄັ້ງທີ XI ການນຳຂັ້ນສູງຮັບຜິດຊອບວຽກງານຄວາມໝັ້ນຄົງ ຖືກໄຂຂຶ້ນໃນວັນທີ 24 ພຶດສະພາ, ຢູ່ ລັດເຊຍ, ດ້ວຍການເຂົ້າຮ່ວມຂອງຜູ້ແທນຕ່າງປະເທດເກືອບ 100 ຄະນະ. ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ກໍໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສສຳຄັນທີ່ກອງປະຊຸມ. ໃນບົດກ່າວປາໄສ, ທ່ານລັດຖະມົນຕີ ໂຕເລິມ ປາດຖະໜາວ່າ ຈະສືບຕໍ່ໄດ້ຮຽນຮູ້ປະສົບການຈາກເພື່ອນມິດສາກົນ ກໍຄື ພ້ອມແລ້ວທີ່ຈະຮ່ວມມື, ແບ່ງປັນບົດຮຽນປະສົບການກັບບັນດາອົງການປະຕິບັດກົດໝາຍ, ບັນດາອົງການຈັດຕັ້ງສາກົນເພື່ອພ້ອມກັນເພີ່ມທະວີແຫຼ່ງກຳລັງ, ຄວາມສາມາດໃນການຮັບປະກັນຄວາມໝັ້ນຄົງແຫ່ງຊາດ ແລະ ການພັດທະນາເສດຖະກິດ - ສັງຄົມ ແບບຍືນຍົງ, ປະກອບສ່ວນຮັກສາສະຖຽນລະພາບ, ສັນຕິພາບໃນໂລກ, ພາກພື້ນ ແລະ ແຕ່ລະປະເທດ.  

        ກ່ອນໜ້ານັ້ນ, ວັນທີ 23 ພຶດສະພາ, ທ່ານລັດຖະມົນຕີ ໂຕເລິມ ກໍ່ໄດ້ເຂົ້າຮ່ວມ ແລະ ກ່າວປາໄສຢູ່ວາລະປຶກສາຫາລືຄັ້ງທີ III ການນຳຂັ້ນສູງຮັບຜິດຊອບວຽກງານຄວາມໝັ້ນຄົງ ອາຊຽນ - ລັດເຊຍ. ນະທີ່ນີ້, ທ່ານລັດຖະມົນຕີ ໂຕເລິມ ຊີ້ແຈ້ງວ່າ ຫວຽດນາມ ສະໜັບສະໜູນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ລັດເຊຍ ຢ່າງສະເໝີຕົ້ນສະເໝີປາຍ, ຖືເປັນສຳຄັນເລື່ອງ ລັດເຊຍ ເສີມຂະຫຍາຍບົດບາດຢູ່ພາກພື້ນ, ເພີ່ມທະວີການພົວພັນ ອາຊຽນ - ລັດເຊຍ, ສະໜັບສະໜູນ ແລະ ຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ແລະ ບັນດາອົງການຈັດຕັ້ງ ເຊິ່ງ ລັດເຊຍ ມີບົດບາດເປັນເສົາຄ້ຳສຳຄັນ. ຫວຽດນາມ ໃຫ້ຄຳໝັ້ນສັນຍາສົມທົບກັບ ລັດເຊຍ ແລະ ບັນດາປະເທດ ອາຊຽນ ຢ່າງຕັ້ງໜ້າ ເພື່ອປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ, ຖືປະຊາຊົນເປັນໃຈກາງ,  ເປັນເປົ້າໝາຍ ແລະ ເປັນກຳລັງໜູນ.

ຕອບກັບ

ຂ່າວ/ບົດ​ອື່ນ