ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍການປະຕິຮູບດ້ານປ້ອງກັນຄວາມສະຫງົບໃຫ້ແກ່ບັນດາປະເທດພາຍຫຼັງການປະທະກັນຢູ່ອາຟະລິກາ

(VOVWORLD) -ກອງປະຊຸມ
ໂດຍອາຟະລິກາໃຕ້, ປະເທດປະທານສະພາຄວາມໝັ້ນຄົງເດືອນທັນວາ 2020 ເປັນເຈົ້າພ
າບຈັດຕັ້ງ.

ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍການປະຕິຮູບດ້ານປ້ອງກັນຄວາມສະຫງົບໃຫ້ແກ່ບັນດາປະເທດພາຍຫຼັງການປະທະກັນຢູ່ອາຟະລິກາ - ảnh 1 ກອງປະຊຸມຖືກຈັດຂຶ້ນທາງອອນລາຍ

(ພາບ: baoquocte.vn)

ວັນທີ 03 ທັນວາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນລັດຖະມົນຕີກ່ຽວກັບການຄຸ້ມຄອງ ແລະ ປະຕິຮູບຂະແໜງປ້ອງກັນຄວາມສະຫງົບ. ກອງປະຊຸມໂດຍອາຟະລິກາໃຕ້, ປະເທດປະທານສະພາຄວາມໝັ້ນຄົງເດືອນທັນວາ 2020 ເປັນເຈົ້າພາບຈັດຕັ້ງ. ບັນດາປະເທດສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ ໃຫ້ຮູ້ວ່າ, ການປະຕິຮູບຂະແໜງປ້ອງກັນຄວາມຫງົບໄດ້ສວມບົດບາດສຳຄັນສຳລັບບັນດາປະເທດພາຍຫຼັງການປະທະກັນ, ປະກອບສ່ວນປັບປຸງສັນຕິພາບ ແລະ ສະກັດກັ້ນການເກີດການປະທະກັນຄືນໃໝ່, ຊຸກຍູ້ການພັດທະນາ.

        ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ກ່າວຄຳເຫັນຮັບຮູ້ບັນດາຄວາມຫຍຸ້ງຍາກເຊິ່ງຫຼາຍປະເທດພວມປະເຊີນໜ້າໃນໄລຍະຫຼັງການປະທະກັນ ແລະ ທ່ານກໍ່ໄດ້ເນັ້ນໜັກເຖິງວິວັດທະນາການປະຕິຮູບກົງຈັກຂະແໜງປ້ອງກັນຄວາມສະຫງົບຕ້ອງຮັບປະກັນຫຼັກການເອກະລາດ, ອະທິປະໄຕ, ໜ້າທີ່ຮັບຜິດຊອບຫຼັກຂອງປະເທດຊາດທີ່ມີຕໍ່ການປະຕິຮູບ ບົນພື້ນຖານຄວາມເໝາະສົມກັບສະພາບການ, ການໃຫ້ບຸລິມະສິດຢ່າງລະອຽດຂອງແຕ່ລະປະເທດ… ທ່ານເອກອັກຄະລັດຖະທູດຢືນຢັນວ່າ, ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືໃນຂົງເຂດນີ້ຜ່ານບັນດາກົນໄກທີ່ເໝາະສົມຂອງສະຫະປະຊາຊາດ ກໍ່ຄືບັນດາຄະນະປະຕິບັດງານຮັກສາສັນຕິພາບຢູ່ອາຟະລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ