ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ລາ​ວ​ດຳ​ລົງ​ບົດ​ບາດ​ເປັນ​ປະ​ທານ AIPA ຄັ້ງ​ທີ 45

(VOVWORLD) - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ຕອນບ່າຍວັນທີ 4 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ (ລາວ), ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ້ງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ.
ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ລາ​ວ​ດຳ​ລົງ​ບົດ​ບາດ​ເປັນ​ປະ​ທານ AIPA ຄັ້ງ​ທີ 45 - ảnh 1ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ້ງ ເຂົ້າຢ້ຽມຂ່ຳນັບ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ (ພາບ: VOV)

ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ້ງ ໄດ້ແຈ້ງໝາກຜົນການພົບປະເຈລະຈາລະຫວ່າງຄະນະຜູ້ແທນສະພາແຫ່ງຊາດສອງປະເທດກໍ່ຄືຜົນສຳເລັດຂອງກອງປະຊຸມສຳມະນາດວິທະຍາສາດ ກ່ຽວກັບການປັບປຸງ, ເພີ່ມເຕີມລັດຖະທຳມະນູນ ທີ່ໄດ້ດຳເນີນກອ່ນນັ້ນ. ທ່ານເນັ້ນໜັກວ່າ ການປັບປຸງລັດຖະທຳມະນູນແມ່ນວຽກງານສຳຄັນຂອງແຕ່ລະປະເທດ, ພາຍຫຼັງການປັບປຸງແຕ່ລະຄັ້ງ, ເສດຖະກິດ - ສັງຄົມລ້ວນແຕ່ມີການພັດທະນາ.  ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ໃຫ້ຮູ້ວ່າ ສະພາແຫ່ງຊາດ ຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນບົດຮຽນປະສົບການ, ຕ້ອນຮັບຄະນະປະຕິບັດງານຂອງ ສະພາແຫ່ງຊາດລາວໄປຊອກຮູ້ກ່ຽວກັບການປັບປຸງລັດຖະທຳມະນູນ, ທ່ານຫວັງວ່າ ພາຍຫຼັງປັບປຸງລັດຖະທຳມະນູນ, ເສດຖະກິດ ລາວ ຈະມີການພັດທະນາຢ່າງກະໂດດຂັ້ນ.

ໂດຍຕີລາຄາສູງການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວໃນຄັ້ງນີ້ຂອງຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ຢັ້ງຢືນວ່າ ບົດຮຽນປະສົບການ ຂອງຫວຽດນາມ ໃນການປັບປຸງລັດຖະທຳມະນຸນຈະໄດ້ນຳໃຊ້ເພື່ອຊ່ວຍວຽກງານປັບປຸງລັດຖະທຳມະນູນປີ 2015 ຂອງລາວ ດ້ວຍເນື້ອໃນທີ່ຄົບຖ້ວນ ແລະ ເຂັ້ມງວດກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ