ຫວຽດນາມ ພ້ອມແລ້ວຜັນຂະຫຍາຍບັນດາມາດຕະການປົກປ້ອງພົນລະເມືອງ ຫວຽດນາມ ປະຈຳ ຕວັກກີ ແລະ ຊີຣີ ເມື່ອມີຄວາມຈຳເປັນ

(VOVWORLD) -ເຂດເກີດເຫດແຜ່ນດິນໄຫວບໍ່ມີຊາວ ຫວຽດນາມ ດຳລົງຊີວິດຫຼາຍ ແລະ ມາຮອດປະຈຸບັນຍັງບໍ່ທັນມີຂໍ້ມູນຂ່າວກ່ຽວກັບພົນລະເມືອງ ຫວຽດນາມ ເສຍຊີວິດ, ຖືກບາດເຈັບເທື່ອ.

ວັນທີ 11 ກຸມພາ, ເມື່ອຖະແຫລງຂ່າວຕໍ່ສື່ມວນຊົນ, ກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ, ຕາມສະຖານທູດ ຫວຽດນາມ ປະຈຳ ຕວັກກີ ແລະ ສະຖານທູດ ຫວຽດນາມ ປະຈຳ ອີຣານ ທັງຢູ່ ຊີຣີ ແລ້ວ, ໃນຊຸມມືື້ຜ່ານມາສະຖານທູດ ຍັງສືບຕໍ່ຮັກສາການຕິດຕໍ່ກັບບັນດາອົງການທີ່ມີໜ້າທີ່ຂອງປະເທດປະຈຳຖິ່ນ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ທ້ອງຖິ່ນເປັນປະຈຳ ເພື່ອຊອກຮູ້ຂໍ້ມູນກ່ຽວກັບກໍລະນີອາດຈະ ມີຊາວ ຫວຽດນາມ  ເສຍຊີວິດຫລືຖືກບາດເຈັບໃນເຫດແຜ່ນດິນໄຫວ ແລະ ກະກຽມແຜນການເພື່ອຜັນຂະຫຍາຍບັນດາມາດຕະການປົກປ້ອງໃນກໍລະນີຈຳເປັນຢ່າງໄວ.

ສະຖານທູດປະຈຳ 2 ປະເທດໃຫ້ຮູ້ວ່າ, ເຂດເກີດເຫດແຜ່ນດິນໄຫວບໍ່ມີຊາວ ຫວຽດນາມ ດຳລົງຊີວິດຫຼາຍ ແລະ ມາຮອດປະຈຸບັນຍັງບໍ່ທັນມີຂໍ້ມູນຂ່າວກ່ຽວກັບພົນລະເມືອງ ຫວຽດນາມ ເສຍຊີວິດ, ຖືກບາດເຈັບເທື່ອ. ຢູ່ ຕວັກກີ, ມີພົນລະເມືອງ ຫວຽດນາມ 6 ຄົນຖືກຜົນສະທ້ອນຍ້ອນເຫດແຜ່ນດິນໄຫວ, ປະຈຸບັນພວມປະສົບກັບຄວາມຫຍຸ້ງຍາກ ແລະ ຂາດເຂີນທີ່ສຸດ. ສະຖານທູດ ຫວຽດນາມ ປະຈຳ ຕວັກກີ ໄດ້ຕິດຕໍ່, ຢື້ຢາມຖາມຂ່າວ, ລະດົມກຳລັງໃຈ, ໜູນຊ່ວຍດ້ານການເງິນ ແລະ ເຄື່ອງອຸປະກອນ ເພື່ອໃຫ້ບັນດາພົນລະເມືອງ ຫວຽດນາມ ແກ້ໄຂຄວາມຫຍຸ້ງຍາກໃນການດຳລົງຊີວິດໄດ້ສ່ວນໃດສ່ວນໜຶ່ງ.

ກໍ່ໃນຊຸມມື້ຜ່ານມາ, ສະຖານທູດ 2 ແຫ່ງດັ່ງກ່າວ ໄດ້ແລກປ່ຽນກັບອຳນາດການປົກຄອງທ້ອງຖິ່ນເປັນປະຈຳ, ສົ່ງຄຳຢື້ຢາມຖາມຂ່າວຂອງການນຳ ຫວຽດນາມ ແລະ ຜັນຂະຫຍາຍບາງການເຄື່ອນໄຫວແທດຈິງເພື່ອໜູນຊ່ວຍວຽກງານກູ້ໄພກູ້ຊີບ.

ຕອບກັບ

ຂ່າວ/ບົດ​ອື່ນ