ຫວຽດນາມ ຟື້ນຟູເສດຖະກິດຫຼັງໂຄວິດ-19, ກາລະໂອກາດໃຫ້ແກ່ວົງການນັກທຸລະກິດອິນໂດເນເຊຍ

(VOVWORLD) -ທ່ານເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳຫວຽດນາມ Ibnu Hadi ໄດ້ຮຽກຮ້ອງໃຫ້ບັນດານັກລົງທຶນອິນໂດເນເຊຍ ຂຸດຄົ້ນບັນດາກາລະໂອກາດໃນການດຳເນີນທຸລະກິດຢູ່ຫວຽດນາມ.

ວັນທີ 11 ມິຖຸນາ, ທີ່ກອງປະຊຸມທາງອອນລາຍ ດ້ວຍຫົວຂໍ້ວ່າ “ການຟື້ນຟູເສດຖະກິດຂອງຫວຽດນາມ ຫຼັງໂຄວິດ-19: ກາລະໂອກາດໃຫ້ວົງການນັກທຸລະກິດອິນໂດເນເຊຍ”, ທ່ານເອກອັກຄະລັດຖະທູດອິນໂດເນເຊຍ ປະຈຳຫວຽດນາມ Ibnu Hadi ໄດ້ຮຽກຮ້ອງໃຫ້ບັນດານັກລົງທຶນອິນໂດເນເຊຍ ຂຸດຄົ້ນບັນດາກາລະໂອກາດໃນການດຳເນີນທຸລະກິດຢູ່ຫວຽດນາມ. ທ່ານ Ibnu Hadi ເນັ້ນໜັກວ່າ: “ພາຍຫຼັງໂລກລະບາດໂຄວິດ-19, ຫວຽດນາມ ພວມສຸມໃສ່ເຂົ້າໃນການຟື້ນຟູການດຳເນີນທຸລະກິດ, ສົ່ງເສີມການສົ່ງອອກ ແລະ ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ. ຂ້າພະເຈົ້າຫວັງວ່າ, ບັນດານັກທຸລະກິດອິນໂດເນເຊຍ ສາມາດນຳໃຊ້ກາລະໂອກາດໃນປະຈຸບັນ, ລະອຽດແມ່ນເພີ່ມທະວີການສົ່ງອອກຢູ່ຫວຽດນາມ, ຫຼັງຈາກນັ້ນແມ່ນເພີ່ມຄວາມຕ້ອງການສຳລັບບັນດາຜະລິດຕະພັນທີ່ນຳເຂົ້າ”.

ຕອບກັບ

ຂ່າວ/ບົດ​ອື່ນ