ຫວຽດ​ນາມ ມີ 2 ລາຍ​ການ​ໄດ້​ຮັບ​ລາງວັນ​ລົບ​ລ້າງ​ໄພ​ກືກ​ໜັງ​ສື ແລະ ເຜີຍ​ແຜ່​ພູມ​ປັນ​ຍາ ​ຈັດ​ຂຶ້ນ​ຢູ່​ຫໍ​ສະ​ໝຸດ​ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ

(VOVWORLD) - ລາງວັນແມ່ນການຢັ້ງຢືນຢູ່ຂອບຂະໜາດສາກົນ ສຳລັບລາຍການຕູ້ປຶ້ມແຫ່ງຄວາມເມດຕາ ແລະ ເຮືອນແຫ່ງພູມປັນຍາ.
ຫວຽດ​ນາມ ມີ 2 ລາຍ​ການ​ໄດ້​ຮັບ​ລາງວັນ​ລົບ​ລ້າງ​ໄພ​ກືກ​ໜັງ​ສື ແລະ ເຜີຍ​ແຜ່​ພູມ​ປັນ​ຍາ ​ຈັດ​ຂຶ້ນ​ຢູ່​ຫໍ​ສະ​ໝຸດ​ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ - ảnh 1ຜູ້ຕາງໜ້າຫວຽດນາມ ຮັບລາງວັນ (ພາບ: VOV)

ພິທີມອບລາງວັນລົບລ້າງໄພກືກໜັງສື ແລະ ເຜີຍແຜ່ພູມປັນຍາໃນວັນທີ 18 ຕຸລາ, ຈັດຂຶ້ນຢູ່ສຳນັກງານ ຫໍສະໝຸດ ສະພາແຫ່ງຊາດ ອາເມລິກາ, ນະຄອນຫຼວງ ຫວໍຊິງຕັນ.  ໃນປີນີ້ ລາຍການຕູ້ປຶ້ມແຫ່ງຄວາມເມດຕາ ແລະ ເຮືອນແຫ່ງພູມປັນຍາ ຂອງ ຫວຽດນາມ ມີຄວາມເປັນກຽດໄດ້ຮັບລາງວັນ ຍ້ອນມີການເຄື່ອນໄຫວດີເດັ່ນ ເພື່ອບັນດາຄວາມມານະພະຍາຍາມສ້າງສະພາບແວດລ້ອມແຫ່ງການອ່ານປຶ້ມ ແລະ ຮຽນຮູ້ຕະຫຼອດຊີວິດ, ປະກອບສ່ວນສ້າງພົນລະເມືອງທົ່ວໂລກລຸ້ນຕ່າງໆ ມີຄວາມເມດຕາ ແລະ ພູມປັນຍາ ຢ່າງຄົບຖ້ວນ. ລາງວັນແມ່ນການຢັ້ງຢືນຢູ່ຂອບຂະໜາດສາກົນ ສຳລັບລາຍການຕູ້ປຶ້ມແຫ່ງຄວາມເມດຕາ ແລະ ເຮືອນແຫ່ງພູມປັນຍາ. ໄລ່ມາຮອດປັດຈຸບັນ, ສອງລາຍການນີ້ຂອງ ຫວຽດນາມ ໄດ້ສ້າງເຄືອຂ່າຍຕູ້ປຶ້ມກ່ວາ 20.000 ຕູ້ ດ້ວຍປຶ້ມກ່ວາ 1,1 ລ້ານຫົວ ຢູ່ ໂຮງຮຽນ, ເຂດຊຸມຊົນກ່ວາ 3000ແຫ່ງ ແລະ ສະຖານທີ່ຮ່ຳຮຽນແບບສະທາລະນະ 168 ແຫ່ງ ຢູ່ 6 ປະເທດ (ຫວຽດນາມ, ມາເລເຊຍ, ຍີ່ປຸ່ນ, ອົດສະຕາລີ, ນິວຊີແລນ ແລະ ອາເມລິກາ), ນຳກາລະໂອກາດຮ່ຳຮຽນຕະຫຼອດຊີວິດໂດຍບໍ່ເສຍຄ່າມາໃຫ້ແກ່ເດັກນ້ອຍ ແລະ ຜູ້ໃຫຍ່ຫຼາຍລ້ານຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ