ຫວຽດນາມ ມີ 5 ພື້ນຖານການສຶກສາ ໃນຕາຕະລາງຈັດອັນດັບການສຶກສາທີ່ດີທີ່ສຸດໃນທົ່ວໂລກ

(VOVWORLD) - ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ໄດ້ຈັດອັນດັບທີ 970 ຂອງໂລກ ແລະ 258 ໃນອາຊີ. ໃນການຈັດອັນດັບຂອງປີ 2023, ຈຳນວນໂຮງຮຽນ ທີ່ໄດ້ U.S News & World Report ຈັດອັນດັບແມ່ນ 2.165 ແຫ່ງ
ຫວຽດນາມ ມີ 5 ພື້ນຖານການສຶກສາ ໃນຕາຕະລາງຈັດອັນດັບການສຶກສາທີ່ດີທີ່ສຸດໃນທົ່ວໂລກ - ảnh 1ມະຫາວິທະຍາໄລການແພດ ຮ່າໂນ້ຍ
ຕາມຂໍ້ມູນຈາກມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ, ວາລະສານ  U.S News & World Report ຂອງສະຫະລັດອາເມລິກາ ວັນທີ 3 ພະຈິກ,  ຫາກໍ່ໄດ້ປະກາດຜົນຕາຕະລາງຈັດອັນດັບບັນດາພື້ນຖານການສຶກສາ ບຳລຸງສ້າງຂຶ້ນ ມະຫາວິທະຍາໄລດີທີ່ສຸດໃນທົ່ວໂລກ-Best Global Universities. ຕາມນັ້ນ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ໄດ້ຈັດອັນດັບທີ 970 ຂອງໂລກ ແລະ 258 ໃນອາຊີ. ໃນການຈັດອັນດັບຂອງປີ 2023, ຈຳນວນໂຮງຮຽນ ທີ່ໄດ້ U.S News & World Report ຈັດອັນດັບແມ່ນ 2.165 ແຫ່ງ, ຂຶ້ນກັບ 95 ປະເທດ (ປີ 2022 ມີ 1.750 ແຫ່ງຂຶ້ນກັບ 90 ປະເທດ). ນອກຈາກ ມະຫາວິທະຍາໄລຮ່າໂນ້ຍ, ຫວຽດນາມ ມີ 4 ແຫ່ງຖືກຈັດອັນດັບຄື ມະຫາວິທະຍາໄລຢູຍເຕິນ, ມະຫາວິທະຍາໄລແຫ່ງຊາດໂຮ່ຈີມິນ, ມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ, ມະຫາວິທະຍາໄລການແພດຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ