ຫວຽດນາມ ມີ 8 ມະຫາວິທະຍາໄລເຂົ້າໃນ top 500 ມະຫາວິທະຍາໄລດີທີ່ສຸດຢູ່ ອາຊີ

(VOVWORLD) - ວັນທີ 27 ພະຈິກ, ອົງການສຶກສາ Quacquarelli Symonds (QS-ລາຊະອານາຈັກ ອັງກິດ) ໄດ້ປະກາດໝາກຜົນຕາຕະລາງຈັດອັນດັບ QS Asia 2019 – 2020 ໃຫ້ 550 ຮາກຖານສຶກສາຊັ້ນມະຫາວິທະຍາໄລແຖວໜ້າ ອາຊີ.

        ຫວຽດນາມ ມີ 8 ມະຫາວິທະຍາໄລເຂົ້າໃນບັນຊີລາຍຊື່ຈັດອັນດັບດັ່ງກ່າວລວມມີ: ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ (ຢືນອັນດັບ 143), ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ (ຢືນອັນດັບ 147), ມະຫາວິທະຍາໄລ ໂຕນດຶກທັ໊ງ (ຢືນອັນດັບ 207), ມະຫາວິທະຍາໄລຊັບພະວິຊາ (ກຸ່ມ 261 - 270), ມະຫາວິທະຍາໄລ ເກິນເທີ (ກຸ່ມ 401 - 450) ແລະ ມະຫາວິທະຍາໄລ ຢິວເຕິນ, ມະຫາວິທະຍາໄລ ເຫວ້, ມະຫາວິທະຍາໄລ ດ່າໜັງ (ກຸ່ມ 451 - 500). ໃນນັ້ນ, ມະຫາວິທະຍາໄລ ຢິວເຕິນ ເປັນຄັ້ງທຳອິດມີໜ້າໃນບັນຊີລາຍຊື່ດັ່ງກ່າວ.

Top 10 QS Asia 2020 ຍັງມີໜ້າຂອງບັນດາມະຫາວິທະຍາໄລແຖວໜ້າທະວີບຄື: ມະຫາວິທະຍາໄລແຫ່ງຊາດ ສິງກະໂປ, ມະຫາວິທະຍາໄລເຕັກໂນໂລຊີ Nanyang (ສິງກະໂປ), ມະຫາວິທະຍາໄລ ຮົ່ງກົງ, ມະຫາວິທະຍາໄລ ຊິນຮວາ (ຈີນ).

ຕອບກັບ

ຂ່າວ/ບົດ​ອື່ນ