ຫວຽດນາມ ມີກໍລະນີຕິດເຊື້ອໄວຣັດ Covid-19 ເຊິ່ງແມ່ນຊາວຕ່າງປະເທດຕື່ມອີກ

(VOVWORLD) -ຕອນຄ່ຳວັນທີ 15 ມີນາ, ກະຊວງສາທາລະນະສຸກຫວຽດນາມ ໄດ້ປະກາດມີຊາວຕ່າງປະເທດ 3 ຄົນຕິດເຊື້ອໄວຣັດ Sars-CoV-2.
ຫວຽດນາມ ມີກໍລະນີຕິດເຊື້ອໄວຣັດ Covid-19 ເຊິ່ງແມ່ນຊາວຕ່າງປະເທດຕື່ມອີກ - ảnh 1(ພາບປະກອບ: TTXVN)

ຜູ້ຕິດເຊື້ອໄວຣັດຄົນທີ 55 ແມ່ນເພດຊາຍ, ອາຍຸ 35 ປີ, ສັນຊາດ ເຢຍລະມັນ, ແມ່ນຜູ້ໂດຍສານໃນຖ້ຽວບິນ  VN0018 ບິນຈາກຝລັ່ງ ມາຮ່າໂນ້ຍ ໃນວັນທີ 14 ມີນາ.

        ຜູ້ຕິດເຊື້ອໄວຣັດຄົນທີ 56 ແມ່ນເພດຊາຍ, ອາຍຸ 30 ປີ, ສັນຊາດອັງກິດ, ໄດ້ບິນຈາກອັງກິດ ມາສະໜາມບິນໂນ້ຍບ່າຍ, ຮ່າໂນ້ຍ, ໃນຕອນເຊົ້າວັນທີ 09 ມີນາ. ນັບແຕ່ວັນທີ 10 ມີນາ ຮອດວັນທີ 13 ມີນາ, ນັກທ່ອງທ່ຽວຜູ້ນີ້ໄດ້ໄປທ່ອງທ່ຽວຢູ່ຊາປາ, ຫຼັງຈາກນັ້ນໄດ້ກັບເມືອຮ່າໂນ້ຍ.

        ປະຈຸບັນ, ຜູ້ຕິດເຊື້ອໄວຣັດ 2 ຄົນດັ່ງກ່າວ ພວມຖືກແຍກຕົວຢູ່ໂຮງໝໍເຂດຮ້ອນສູນກາງ ສາຂາ ດົງແອັງ, ຮ່າໂນ້ຍ ແລະ ມີອາການສຸດຂະພາບປົກກະຕິ.

        ຜູ້ຕິດເຊື້ອໄວຣັດຄົນທີ 56 ແມ່ນຊາວອັງກິດ, ອາຍຸ 66 ປີ, ບິນຈາກ ລອນດອນ ມາຮ່າໂນ້ຍ, ພ້ອມກັບຜູ້ຕິດເຊື້ອທີ 46. ປະຈຸບັນ, ພວມແຍກຕົວເພື່ອປິ່ນປົວຢູ່ແຂວງກວາງນາມ.

ຕອບກັບ

ຂ່າວ/ບົດ​ອື່ນ