ຫວຽດນາມ ມີການເຄື່ອນ ໄຫວຕ່າງໆສະເຫຼີມສະຫຼອງ 67 ປີແຫ່ງ ວັນໄຊຊະນະ ຟາດຊິດ ເຢຍລະມັນ

ຫວຽດນາມ ມີການເຄື່ອນ ໄຫວຕ່າງໆສະເຫຼີມສະຫຼອງ 67 ປີແຫ່ງ ວັນໄຊຊະນະ ຟາດຊິດ ເຢຍລະມັນ - ảnh 1
ສະເຫຼີມສະຫຼອງ 67 ປີແຫ່ງວັນໄຊຊະນະ ຟາດຊິດ ເຢຍລະມັນ ຢູ່ນະຄອນ ໂຮ່ຈີມິນ
(ພາບ: hochiminhcity.gov.vn)

(vovworld) – ວັນ​ທີ 9/5,  ​ແມ່ນ​ວັນ​ສະ​ເຫຼີ​ມສະຫຼອງ 67 ປີ​ແຫ່ງ​ວັນກອງທັບ​ແດງ​ໂຊ​ວຽດ ​ໄຊຊະນະ​ຟາດ​ຊິດ ​ເຢຍລະ​ມັນ (9/5/1945 – 9/5/2012). ​ໄຊຊະນະ​ອັນ​ຍິ່ງ​ໃຫຍ່ນີ້​ໄດ້​ກາຍ​ເປັນ​ເຫດການທີ່​ມີ​ລັກສະນະ​ຍຸກສະ​ໄໝຢ່າງ​ແທ້​ຈິງ, ບໍ່ພຽງ​ແຕ່​ສຳລັບ​ປະ​ເທດ​ລັດ​ເຊ​ຍ​ເທົ່າ​ນັ້ນ ຫາກ​ຍັງ​ສຳລັບ​ວົງ​ຄະນະ​ຍາດ​ສາກົນ​ອີກ​ດ້ວຍ, ​ເຊິ່ງ​ໄດ້​​ເຮັດ​ໃຫ້​ຊາຕາກຳ​ຂອງ​ຫຼາຍ​ປະ​ເທດ​ປ່ຽນ​ແປງ​ໂດຍ​ພື້ນຖານ. ​ເນື່ອງ​ໃນ​ໂອກາດ​ນີ້, ຫວຽດນາມ ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອ​ສະ​ເຫຼີ​ມສະຫຼອງ​ວັນ​ໄຊຊະນະ ຟາດ​ຊິດ​ນີ້.

        ວັນ​ທີ 8/5, ສະມາຄົມ​ມິດຕະພາບ​ຫວຽດນາມ - ລັດ​ເຊຍ ​ແຂວງ ກວາງ​ຫງາຍ ​ໄດ້​ຈັດ​ຕັ້ງ​ການສະ​ເຫຼີ​ມສະຫຼອງ 67 ປີ​ແຫ່ງ​ວັນ​ກອງທັບ​ແດງ​ໂຊ​ວຽດ ​ໄຊຊະນະ​ຟາດ​ຊິດ ​ເຢຍລະ​ມັນ ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ຂອງ​ສະມາຄົມ​ໃນ​ໄລຍະ​ຈະ​ມາ​ເຖິງ. ​ເມື່ອ​ອ່ານ​ສູນ​ທອດ​ພົ​ດທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ Le Van Nhan, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ລັດ​ເຊຍ​ ​ແຂວງ ກວາ​ງຫງາຍ ຊີ້​ແຈງ​ວ່າ: ສຳ​ລັບ​ຫວຽດນາມ ​ແລ້ວ, ການ​ລົ້ມ​ລະລາຍ​ຂອງ ຟາດ​ຊິດ ​ເຢຍລະ​ມັນ ​ໄດ້​ສ້າງ​ກາລະ​ໂອກາດ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ​ເປີດ​​ໄລຍະ​ໃໝ່​ໃຫ​້​ແກ່​ຊົນຊາດ ​ແລະ ປະ​ເທດ​ຊາດ. ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ສະມາຄົມ​ມິດຕະພາບ​ຫວຽດນາມ - ລັດ​ເຊຍ ​ແຂວງ ກວາງ​ຫງາຍ ສືບ​ຕໍ່​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ມິດຕະພາບຢ່າງ​ແທດ​ຈິງ.

        ກໍ​​ເນື່​ອງ​ໃນ​ໂອກາດ​ນີ້, ນະຄອນ ​ໂຮ່ຈີ​ມິນ ​ໄດ້​ໄຂ​ງານ​ວາງສະ​ແດງ​ດ້ວຍ​ຫົວ​ຂໍ້​ວ່າ: “ບັນດາ​ບຸກຄົນ​ທີ່​ສ້າງ​ເປັນ​ໄຊຊະນະ” ​ໂດຍ​ຫໍພິພິຕະພັນ​ວິຈິດ​ສິນ ນະຄອນ​ໂຮ່ຈີ​ມິ​ນຈັດຕັ້ງ​ຂຶ້ນ. ງານ​ວາງສະ​ແດງ​ໄດ້​ແນະນຳ​ຮູບ​ແພບກ່ວາ 100 ​​ແຜ່ນຄື: ​ພາບ​ນ້ຳ​ສີ,​ ​ພາບ​ສີ​ນ້ຳມັນ​ ທີ່​ໄດ້​ຮັບ​ການ​ຄັດ​ເລືອກ​ຈາກຮູບ​ພາບ​ກ່ວາ 1 ພັນ​ແຜ່ນຂອງ​​ຈິດຕະກອນຊາວ​ລັດ​ເຊຍ Iliukhin Boris Semionovich. ທ່ານ​ນາງ Ma Thanh Cao, ຜູ້ອຳນວຍການ​ຫໍພິພິຕະພັນ​ວິຈິດ​ສີນ ນະຄ​ອນ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ:

“ງາ​ນວາງສະ​ແດງ​ປີ​ນີ້​ແມ່ນ​ສຳຄັນ​ພິ​ເສດ, ​​ເຊິ່ງໄດ້​ຮັບ​ການຈັດ​ຕັ້ງ​ກົງ​ກັບ​ໂອກາດ​ຫວຽດນາມ ສະ​ເຫຼີ​ມສະຫຼອງ 37 ປີ​ແຫ່ງ​ວັນ​ປົດ​ປ່ອນ​ພາກ​ໃຕ້​ຢ່າງ​ສົມ​ບຸນ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ​ແລະ ​ວັນໄຊຊະນະ​ຟາດ​ຊິດ. ນີ້​ແມ່ນ​ຊຸດ​ພາບ​ແຕ້ມ​ກ່ຽວ​ກັບ​ທິວ​ທັດທຳ​ມະ​ຊາດ, ສົງຄາມ, ຄວາມ​ຮັກ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາ​ດ, ຕອບ​ບູນ​ແທນ​ຄູນບັນດາ​ບຸກຄົນ​ທີ່ໄດ້​ປະກອບສ່ວນ​ໃຫ້​ແກ່​ພື້ນຖານ​ສັນຕິພາບ​ຂອງໂລກ”

       

ຂ່າວ/ບົດ​ອື່ນ