ຫວຽດນາມ ມີກໍາລັງໜູນຢ່າງພຽງພໍເພື່ອບັນລຸໄດ້ຄາດໝາຍການເຕີບໂຕເສດຖະກິດປີ 2019

(VOVWORLD) -“ຫວຽດນາມ ມີກໍາລັງໜູນຢ່າງພຽງພໍເພື່ອບັນລຸໄດ້ຄາດໝາຍການເຕີບໂຕເສດຖະກິດປີ 2019”. ຄໍາພິນິດໄສດັ່ງກ່າວ ໂດຍທ່ານ ມາຍຕ໊ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ໄດ້ເນັ້ນໜັກຢູ່ການຖະແຫຼງຂ່າວນັດສາມັນຂອງລັດຖະບານ ຫວຽດນາມ ປະຈໍາ ເດືອນພຶດສະພາ  ເຊິ່ງໄດ້ດໍາເນີນໃນຕອນບ່າຍວັນທີ 31 ພຶດສະພາ ຢູ່ຮ່າໂນ້ຍ.
ຫວຽດນາມ ມີກໍາລັງໜູນຢ່າງພຽງພໍເພື່ອບັນລຸໄດ້ຄາດໝາຍການເຕີບໂຕເສດຖະກິດປີ 2019 - ảnh 1 ການຖະແຫຼງຂ່າວນັດສາມັນຂອງລັດຖະບານ ຫວຽດນາມ ປະຈໍາ ເດືອນພຶດສະພາ  ເຊິ່ງໄດ້ດໍາເນີນໃນຕອນບ່າຍວັນທີ 31 ພຶດສະພາ ຢູ່ຮ່າໂນ້ຍ.

 ຕາມທ່ານລັດຖະມົນຕີ ມາຍຕ໊ຽນຢຸງ ແລ້ວ, ເຖິງວ່າປັດຈຸບັນ, ທ່າແຮງຮັບປະກັນແຜນການເຕີບໂຕເສດຖະກິດຂອງ ຫວຽດນາມ ຖືກຜົນສະທ້ອນ ຍ້ອນການປ່ອຍເງິນທຶນຊັກຊ້າ ແລະ ພະຍາດ ອະຫິວາໝູ ອາຟະລິກາ ກໍຕາມ ແຕ່ໃນໄລຍະຜ່ານມາ, ບັນດາດັດຊະນີການເຕີບໂຕແມ່ນມີຄວາມເປັນໄປໄດ້, ໄລຍະ 5 ເດືອນຕົ້ນປີຜ່ານມາ, ໃນຂົງເຂດກະສິກໍາ, ສັດປີກເພີ່ມຂຶ້ນ 7,1%, ສິນໃນນໍ້າເພີ່ມຂຶ້ນ 6,2%. ຂົງເຂດອຸດສາຫະກໍາເພີ່ມຂຶ້ນ 9,4%. ກ່ຽວກັບຂະແໜງສົ່ງອອກ ແລະ ການຄ້າ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່່າການລັດຖະບານ ມາຍຕ໊ຽນຢຸງ ໃຫ້ຮູ້ວ່າ:

        “ການເຄື່ອນໄຫວດ້ານການຄ້າ ແມ່ນມີຄວາມຄຶກຄື້ນທີີ່ສຸດ, ຄວາມຕ້ອງການໃນການຊື້ ແລະ ການບໍລິການບໍລິໂພກ ແມ່ນເພີ່ມຂຶ້ນ 11,6%, ອັດຕາແລກປ່ຽນເງິນຕາຍັງເປັນປົກກະຕິ, ສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ການຕະຫຼາດ. ພິເສດ, ການດຶງດູດເງິນລົງທຶນ FDI ແມ່ນດີທີ່ສຸດ. ຍອດທຶນ FDI ຈົດທະບຽນໃໝ່ ແລະ ທຶນຈົດທະບຽນເພີ່ມເຕີມ ບັນລຸກວ່າ 16 ຕື້ USD. ການສົ່ງອອກເພີ່ມຂຶ້ນ 6,7%. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ທ່າອ່ຽງສິນຄ້າສົ່ງອອກຂອງວິສາຫະກິດພາຍໃນປະເທດເພີ່ມຂຶ້ນສູງກວ່າ ເມື່ອທຽບໃສ່ວິສາຫະກິດທີ່ມີເງິນລົງທຶນຈາກຕ່າງປະເທດ... ຫວຽດນາມ ກໍໄດ້ສ້າງກົນໄກຫຼາຍຢ່າງ ເພື່ອຊ່ວຍວິສາຫະກິດພາກເອກະຊົນມີຄວາມຂະຫຍັນຂັນເຄື່ອນ, ຮ່ວມມືກັບບັນດາວິສາຫະກິດຕ່າງປະເທດ ເພື່ອລົງທຶນເຂົ້າບັນດາໂຄງການໃຫຍ່ກວ່າ, ສ້າງປະຖົມປັດໄຈສໍາຄັນເພື່ອພັດທະນາ”.

ຕອບກັບ

ຂ່າວ/ບົດ​ອື່ນ