ຫວຽດ​ນາມ ມີ​ຄວາມ​ປາດ​ຖະ​ໜາ​ຢ​າກ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ໃນຫຼາຍ​ດ້ານ​ກັບ ເອ​ຢິບ

(VOVWORLD) - ວັນທີ 26 ກໍລະກົດ, ໃນຂອບເຂດການຢ້ຽມຢາມ ເອຢິບຢ່າງເປັນກທາງການ, ທ່ານຮອງນາຍົກລັດຖະມົນຕີ  ຫວຽດນາມ ເຈິ່ນລຶວກວາງ ໄດ້ພົບປະກັບທ່ານປະທານສະພາສູງ ເອຢິບ Abdel-Wahab Abdel-Razek ແລະ  ທ່ານຮອງປະທານຜູ້ທີໜຶ່ງສະພາຕ່ຳ ເອຢິບ Ahmed Saad El-Din Mohamed Abd El-Rehim.
ຫວຽດ​ນາມ ມີ​ຄວາມ​ປາດ​ຖະ​ໜາ​ຢ​າກ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ໃນຫຼາຍ​ດ້ານ​ກັບ ເອ​ຢິບ - ảnh 1ທ່ານຮອງນາຍົກລັດຖະມົນຕີ  ຫວຽດນາມ ເຈິ່ນລຶວກວາງ ພົບປະກັບທ່ານປະທານສະພາສູງ ເອຢິບ Abdel-Wahab Abdel-Razek 

ທີ່ການພົບປະຢູ່ນະຄອນຫຼວງ ກາຍໂຣ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນໃນຫຼາຍດ້ານລະຫວ່າງ ສອງປະເທດ, ສອງສະພາແຫ່ງຊາດ ຕາມທິດຮອບດ້ານ ແລະ ມີປະສິດທິຜົນ, ແທດຈິງ, ຫວັງວ່າສະພາສູງ ແລະ ສະພາຕ່ຳ ເອຢິບ ຈະສືບຕໍ່ສະໜັບສະໜູນ ແລະ ໃຫ້ບຸລິມະສິດເພີ່ມທະວີການພົວພັນຮ່ວມມືສອງຝ່າຍໃຫ້ຫຼາຍກ່ວາອີກໃນຫຼາຍຂົງເຂດ.

ທ່ານປະທານສະພາສູງ Abdel-Wahab Abdel-Razek ແລະ ທ່ານຮອງປະທານ ຜູ້ທີໜຶ່ງສະພາຕ່ຳ Ahmed Saad El-Din Mohamed Abd El-Rehim ໄດ້ຕີລາຄາສູງການຢ້ຽມຢາມຂອງທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ, ທ່ານເຊື່ອໝັ້ນວ່າ ການຢ້ຽມຢາມນີ້ຈະປະກອບສ່ວນປັບປຸງການຮ່ວມມືສອງຝ່າຍລະຫວ່າງສອງປະເທດ.

ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ໄດ້ໄປຢ້ຽມຢາມສຳນັກງານ ແລະ ເຮັດວຽກກັບທ່ານ ເລຂາທິການໃຫຍ່ ສະຫະພັນ ອາຣັບ Ahmed Aboul Gheit ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເອຢິບ (1/9/1963 – 1/9/2023) ໂດຍສະຖານທູດ ຫວຽດນາມ ປະຈຳ ເອຢິບຈັດຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ