ຫວຽດນາມ ມີຄວາມວິຕົກກັງວົນກ່ຽວກັບວິກິດການຢູ່ ລີບັງ

(VOVWORLD) -ວັນທີ 29 ພະຈິກ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມກ່ຽວກັບສະພາບການ ລີບັງ ແລະ ເລື່ອງປະຕິບັດມະຕິເລກທີ 1701 ຂອງສະພາຄວາມໝັ້ນຄົງ.
ຫວຽດນາມ ມີຄວາມວິຕົກກັງວົນກ່ຽວກັບວິກິດການຢູ່ ລີບັງ - ảnh 1(ພາບປະກອບ: AFP/TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ໄດ້ຊົມເຊີຍເລື່ອງສ້າງຕັ້ງລັດຖະບານຢູ່ ລີບັງ, ສະແດງຄວາມວິຕົກກັງວົນກ່ຽວກັບສະພາບວິກິດການໃນຫຼາຍດ້ານຢູ່ປະເທດນີ້ ເຖິງວ່າລັດຖະບານໄດ້ມີຄວາມມານະພະຍາຍາມຢ່າງໃດໜຶ່ງກໍ່ຕາມ; ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸຍ ສືບຕໍ່ມີຄວາມວິຕົກກັງວົນກ່ຽວກັບເລື່ອງ ບໍ່ບັນລຸຄວາມຄືບໜ້າໃນການຜັນຂະຫຍາຍມະຕິເລກທີ 1701, ໃນນັ້ນສະພາບການຢູ່ເຂດເຄື່ອນໄຫວຂອງກຳລັງຊົ່ວຄາວສະຫະປະຊາຊາດ ພວມປະຕິບັດໜ້າທີ່ຮັກສາສັນຕິພາບຢູ່ເຂດຊາຍແດນທາງທິດໃຕ້ຂອງ ລີບັງ (UNIFIL) ຍັງມີຄວາມເຄັ່ງຕຶງ, ລະເມີດ. ຫວຽດນາມ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ຈົ່ງປະຕິບັດມະຕິເລກທີ 1701 ຢ່າງເຂັ້ມງວດ, ເຄົາລົບສິດໄປມາຂອງ UNIFIL.

        ມະຕິເລກທີ 1701 ລວມມີ 19 ຈຸດ ເພື່ອແນໃສ່ຢຸດຕິງການປະທະກັນດ້ານປະກອບອາວຸດລະຫວ່າງ ອິດສະຣາແອັນ ແລະ ກຳລັງ Hezbollah ຢູ່ພາກໃຕ້ ລີບັງ; ຮຽກຮ້ອງໃຫ້ທຸກຝ່າຍຈົ່ງຢຸດຕິທຸກການກະທຳເປັນປໍລະປັກ ແລະ ຜັນຂະຫຍາຍກຳລັງ UNIFIL ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນທາງທິດໃຕ້ ລີບັງ.

ຕອບກັບ

ຂ່າວ/ບົດ​ອື່ນ