ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ

(VOVWORLD) - ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການຜັນແປເຮັດໃຫ້ຄວາມເຄັ່ງຕຶງໃນປັດຈຸບັນຢູ່ພາກພື້ນຕາເວັນອອກກາງປີນຂັ້ນໄດ, ໂດຍສະເພາະແມ່ນບັນດາການກະທຳໃຊ້ອາວຸດ ລະເມີດກົດບັດ ສປຊ ແລະ ກໍ່ຜົນເສຍຫາຍຕໍ່ປະຊາຊົນ.
ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​​ການ​ຜັນ​ແປ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ປິນ​ຂັ້ນ​ໄດ - ảnh 1ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ:ກະຊວງການຕ່າງປະເທດ ຫວຽດນາມ)

ວັນທີ 14 ເມສາ, ເມື່ອຕອບສຳພາດຕໍັ່ນັກຂ່າວທີ່ສະເໜີໃຫ້ຮູ້ປະຕິກິລິຍາຂອງ ຫວຽດນາມ ຕໍ່ເຫດຍິງລູກສອນໄຟເຂົ້າດິນແດນ ອິດສະຣາແອັນ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ: ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ບັນດາການຜັນແປເຮັດໃຫ້ຄວາມເຄັ່ງຕຶງໃນປັດຈຸບັນຢູ່ພາກພື້ນຕາເວັນອອກກາງປີນຂັ້ນໄດ, ໂດຍສະເພາະແມ່ນບັນດາການກະທຳໃຊ້ອາວຸດ ລະເມີດກົດບັດ ສປຊ ແລະ ກໍ່ຜົນເສຍຫາຍຕໍ່ປະຊາຊົນ. ຫວຽດນາມ ຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງຕ້ອງລະງັບໃຈ, ແກ້ໄຂຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ປະຕິບັດກົດໝາຍສາກົນ, ກົດບັດ ສປຊ ແລະ ມະຕິສະບັບຕ່າງໆທີ່ກ່ຽວຂ້ອງເຖິງ ສປຊ ຢ່າງເຂັ້ມງວດ, ຢຸດຕິການກະທຳໃຊ້ອາວຸດ ເຮັດໃຫ້ເພີ່ມຄວາມເຄັ່ງຕຶງ, ເພື່ອຄວາມສະຫງົບປອດໄພ, ສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.


ຕອບກັບ

ຂ່າວ/ບົດ​ອື່ນ