ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການພັດທະນາໃຫ້ກາຍເປັນສະຖານທີ່ພັກຜ່ອນບຳລຸງສຸຂະພາບສາກົນ

(VOVWORLD) -ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາໃຫ້ກາຍເປັນສະຖານທີ່ພັກຜ່ອນບຳລຸງສຸຂະພາບສາກົນ ແລະ ແກ່ງແຍ້ງກັບບັນດາປະເທດມະຫາອຳນາດດ້ານການທ່ອງທ່ຽວທີ່ມີຊື່ສຽງອື່ນໆຢູ່ພາກພື້ນຄື ໄທ ຫຼື ອິນໂດເນເຊຍ
ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການພັດທະນາໃຫ້ກາຍເປັນສະຖານທີ່ພັກຜ່ອນບຳລຸງສຸຂະພາບສາກົນ - ảnh 1(ພາບປະກອບ: TTXVN)

ວັນທີ 09 ມີນາ, ເມື່ອໃຫ້ຂໍ້ສັງເກດໃນລາຍການ Espresso Shots – ແຫຼ່ງຂ່າວຕະຫຼາດອາຊີ - ປາຊີຟິກ, ທ່ານ Mauro Gasparotti, ຜູ້ອຳນວຍການໃຫຍ່ Savills Hotels APAC ເນັ້ນໜັກວ່າ: ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາໃຫ້ກາຍເປັນສະຖານທີ່ພັກຜ່ອນບຳລຸງສຸຂະພາບສາກົນ ແລະ ແກ່ງແຍ້ງກັບບັນດາປະເທດມະຫາອຳນາດດ້ານການທ່ອງທ່ຽວທີ່ມີຊື່ສຽງອື່ນໆຢູ່ພາກພື້ນຄື ໄທ ຫຼື ອິນໂດເນເຊຍ. ຕາມທ່ານ Mauro Gasparotti ແລ້ວ, ໃນສະພາບພື້ນຖານເສດຖະກິດຍັງຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19, ບັນດານັກລົງທຶນຢູ່ພາຍໃນປະເທດຍັງສະແດງໃຫ້ເຫັນຄວາມປະເອີບໃຈ ກໍຄືເຊື່ອໝັ້ນໃນຄວາມສາມາດບົ່ມຊ້ອນຟື້ນຟູຂອງຕະຫຼາດ ເມື່ອບັນດາການເຄື່ອນໄຫວກໍ່ສ້າງ ຫຼື ເປີດຂາຍບັນດາໂຄງການອະສັງຫາລິມະຊັບ ຍັງໄດ້ຮັບການຜັນຂະຫຍາຍຖືກຕາມຄວາມຄືບໜ້າ. ບັນດາສະຖານທີ່ຕົ້ນຕໍຄື ຮ່າໂນ້ຍ, ນະຄອນໂຮ່ຈີມິນ, ດ່ານັ້ງ, ຍາຈາງ, ຟູ໊ກວ໊ກ… ກໍ່ພວມດຶງດູດຄວາມສົນໃຈຫຼາຍຢ່າງຈາກຕະຫຼາດ. ທ່ານ Mauro Gasparotti ໃຫ້ຂໍ້ສັງເກດວ່າ: Savills Hotels ຍັງມີຄວາມປະເອີບໃຈກ່ຽວກັບຄວາມສາມາດບົ່ມຊ້ອນຂອງຕະຫຼາດ ແລະ ລໍຖ້າໝາກຜົນຕັ້ງໜ້າຫຼາຍຢ່າງໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ