ຫວຽດ​ນາມ ​ມີ​ຄວາມ​ຫວັງ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ ແລະ ຮ່ວມ​ເດີນ​ທາງ​ຂອງ OECD ໃນ​ການພັດ​ທະ​ນາປະ​ເທດ​ຊາດ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງອົງການຮ່ວມມື ແລະ ພັດທະນາ ເສດຖະກິດ (OECD) ຄົບຮອບ 60 ປີ, ວັນທີ 15 ທັນວາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມີສົ່ງສານສຳຄັນໄປຍັງພິທີດັ່ງກ່າວ.
ຫວຽດ​ນາມ ​ມີ​ຄວາມ​ຫວັງ​ຢາກ​ສືບ​ຕໍ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ ແລະ ຮ່ວມ​ເດີນ​ທາງ​ຂອງ OECD ໃນ​ການພັດ​ທະ​ນາປະ​ເທດ​ຊາດ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: VGP)

ໃນສານຂອງຕົນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງບັນດາຜົນງານເຊິ່ງ OECD ບັນລຸໄດ້ໃນໄລຍະ 60 ປີທີ່ຜ່ານມາ. ດ້ວຍພາລະກິດສ້າງ “ນະໂຍບາຍທີ່ດີກ່ວາເພື່ອການດຳລົງຊີວິດທີ່ດີກ່ວາອີກ”, OECD ໄດ້ກາຍເປັນເວທີປາໄສປຶກສາຫາລືນະໂຍບາຍແຖວໜ້າໂລກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າການປັບປຸງນະໂຍບາຍດ້ານເສດຖະກິດ ແລະ ການບໍລິຫານເສດຖະກິດໃນທົ່ວໂລກ. ຜ່ານວິທີການສຳຜັດວິທະຍາສາດອີງໃສ່ຂໍ້ມູນພຶດຕິກຳຕົວຈິງ, ຫຼາຍແງ່ມູນ, ລະຫວ່າງຂະແໜງ, OECD ໄດ້ແບ່ງປັນບັນດາບົດຮຽນ, ປະສົບການອັນລ້ຳຄ່າ ກ່ຽວກັບການຄ້າ - ການລົງທຶນ, ການປົກປັກຮັກສາສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບຍືນຍົງ ແລະ ກວມລວມກັບບັນດາປະເທດພວມພັດທະນາ. ທ່ານນາຍົກລັດຖະມົນຕີ ຫວັງວ່າ OECD ຈະສືບຕໍ່ຜັນຂະຫຍາຍບົດບາດຄົ້ນຄວ້າ ແລະ ປຶກສາຫາລືນະໂຍບາຍ, ຊຸກຍູ້ບັນດາກຳລັງໜູນ, ຮູບແບບການເຕີບໂຕໃໝ່, ຍົກສູງບົດບາດຂອງລັດທິຫຼາຍຝ່າຍ ໂດຍອີງໃສ່ກົດໝາຍ, ສ້າງບັນດາຫຼັກການ, ມາດຕະຖານໃໝ່ໃນການບໍລິຫານພື້ນຖານເສດຖະກິດທົ່ວໂລກ, ເປັນຕົ້ນແມ່ນເສດຖະກິດດີຈີຕອນ, ການຄ້າດີຈີຕອນ, ປັບປຸງລະບົບພາສີສາກົນ…ມຸ່ງໄປເຖິງການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ກວມລວມເປັນຢ່າງດີໃຫ້ປະຊາຊົນໝົດທຸກຄົນ.

        ໃນໄລຍະພັດທະນາຈະມາເຖິງ, ຫວຽດນາມ ວາງເປົ້າໝາຍຮອດປີ 2030 ຈະແມ່ນປະເທດທີ່ມີລາຍຮັບປານກາງສູງ ແລະ ຮອດປີ 2045 ຈະກາຍເປັນປະເທດພັດທະນາມທີ່ມີລາຍຮັບສູງ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ: ຫວຽດນາມມີຄວາມຫວັງຢາກສືບຕໍ່ໄດ້ຮັບການສະໜັບສະໜູນ ແລະ ຮ່ວມເດີນທາງຂອງ OECD, ດ້ວຍການຮັບເອົາບັນດາທຳນຽມທີ່ດີ ແລະ ເໝາະສົມເພື່ອຍູ້ແຮງການສ້າງໂຄງປະກອບຄືນໃໝ່, ຍົກສູງກຳລັງຄວາມສາມາດໃນການແກ້ງແຍ້ງຂອງພື້ນຖານເສດຖະກິດ, ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງໃຫ້ເປັນຢ່າງດີ (SDG).

ຕອບກັບ

ຂ່າວ/ບົດ​ອື່ນ