ຫວຽດ​ນາມ ມີ​ຄວາມ​ເຄົາ​ລົບ​ຕໍ່​ການ​ສະ​ໜັບ​ສະ​ໜູນ​​ຂອງ ພະ​ລາ​ຊິ​ນີ ອັງ​ກິດຕໍ່ການ​ພົວ​ພັນ​ສອງ​ປະ​ເທດ

(VOVWORLD) -ໃນໄລຍະ 70 ປີແຫ່ງການຄຸ້ມຄອງ, ພະລາຊິນີ ໄດ້ນຳພາປະເທດອັງກິດພັດທະນາ, ວັດທະນາຖາວອນ, ປະກອບສ່ວນເຂົ້າໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ຫວຽດ​ນາມ ມີ​ຄວາມ​ເຄົາ​ລົບ​ຕໍ່​ການ​ສະ​ໜັບ​ສະ​ໜູນ​​ຂອງ ພະ​ລາ​ຊິ​ນີ ອັງ​ກິດຕໍ່ການ​ພົວ​ພັນ​ສອງ​ປະ​ເທດ - ảnh 1ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ)

ວັນທີ 10 ກັນຍາ, ຢູ່ຮ່າໂນ້ຍ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບຂໍ້ສະເໜີໃຫ້ຮູ້ປະຕິກິລິຍາຂອງ ຫວຽດນາມ ຕໍ່ໜ້າເລື່ອງ ພະລາຊິນີ Elizabeth II ໄດ້ເຖິງແກ່ມໍລະນະກຳ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: ພວກຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ແລະ ແບ່ງປັນກັບພະບໍລົມວົງສານຸວົງ, ລັດຖະບານ ແລະ ປະຊາຊົນສະຫະພັນ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ຕໍ່ເລື່ອງ ພະລາຊິນີ Elizabeth II ເຖິງແກ່ມໍລະນະກຳ.

ໃນໄລຍະ 70 ປີແຫ່ງການຄຸ້ມຄອງ, ພະລາຊິນີ ໄດ້ນຳພາປະເທດອັງກິດພັດທະນາ, ວັດທະນາຖາວອນ, ປະກອບສ່ວນເຂົ້າໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ. ແມ່ນຄູ່ຮ່ວມມືຍຸດທະສາດຂອງ ລາຊະອານາຈັກອັງກິດ, ຫວຽດນາມ ຍາມໃດກໍ່ເຄົາລົບບັນດານ້ຳໃຈ ແລະ ການສະໜັບສະໜູນຢ່າງຕັ້ງໜ້າຂອງລາຊະອານາຈັກອັງກິດ ໃນການຊຸກຍູ້ການພົວພັນຫວຽດນາມ - ອັງກິດໃຫ້ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ