ຫວຽດນາມ - ມົງກົນ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ຫວຽດນາມ - ມົງກົນ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ - ảnh 1
ກອງ​ປະຊຸມ​ຄັ້ງ​ທີ 15 ລະຫວ່າງ​ລັດຖະບານຫວຽດນາມ ​ແລະ ​ມົງກົນ​
(ພາບ: TTXVN)


(vovworld) -     ກອງ​ປະຊຸມ​ຄັ້ງ​ທີ 15 ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ​ເສດຖະກິດ, ວິທະຍາສາດ​ເຕັກ​ນິກ ລະຫວ່າງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານຫວຽດນາມ ​ແລະ ​ມົງກົນ​ໄດ້​ດຳ​ເນີນ​ໄປ​ໃນວັນ​ທີ 18/03, ຢູ່​ຮ່າ​ໂນ້ຍ. ຢູ່​ທີ່​ນີ້​, ທ່ານ​ລັດຖະມົນຕີ​ກະຊວງ​ກະ​ສິ​ກຳ ​ແລະ ພັດ​ທະ​ນາ​ຊົນນະບົດ​ຫວຽດນາມ ກາວ​ດຶກ​ຟາດ ​ແລະ ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ກະສິກຳ​ມົງກົນ Kh.Battulga ​ໄດ້​ປຶກສາ​ຫາລືກ່ຽວ​ກັບ​ແງ່​ຫວັງ​ການຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດຄື ​ເສດຖະກິດ, ການ​ຄ້າ, ວິທະຍາສາດ​ເຕັກນິກ ​ເຊິ່ງ 2 ຝ່າຍ​ສາມາດ​ຍູ້​ແຮງ​ໃນ​ໄລຍະ 2013 – 2015.  2 ຝ່າຍ​ໄດ້​ຫັນ​ດີເປັນ​ເອກະ​ພາບ​ຮ່ວມ​ມື​ປະຕິບັດ​ບັນດາ​ໂຄງການ​ໃນ​ຂະ​ແໜງ​ປູກຝັງ, ພ້ອມ​ທັງ​ສື​ບຕໍ່​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ຜະລິດ​ຫົວ​ອາຫານ​ສັດ ກໍ​ຄື​ຮ່ວມ​ສຳພັນ​ກໍ່ສ້າງ​ບັນດາ​ເຮືອນ​ປູກ​ຜັກສົດ​ຢູ່​ມົງກົນ.

        ທ່ານ​ລັດຖະມົນ​ຕີ ກາວ​ດຶກ​ຟາດ ​ໃຫ້​ຮູ້​ວ່າ, ຫວຽດນາມ ສາມາດ​ຕອບ​ສະໜອງ​ໃຫ້​ມົງກົນ ​ສິນຄ້າ​ຄືຫຼາຍ​ປະ​ເພດ; ​ເຂົ້າສານ, ໝາກ​ໄມ້, ຊາ, ນ້ຳຕານ ​ແລະ ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປາ​ຂອງ​ດົງ, ພ້ອມ​ທັງປາດ​ຖະໜາ​ວ່າ ຝ່າຍ​ມົງກົນ ສະໜອງ​ຊີ້ນ, ບັນ​ດາ​ຜະລິດ​ຕະພັນ​ຈາກ​ສັດລ້ຽງ, ໜັງ. ສ່ວນ​ທ່ານ Kh.Battulga ​ໄດ້​ເຊີນ​ບັນດາ​ຜູ້​ຊ່ຽວຊານ​ຫວຽດນາມ ມາໜູນ​ຊ່ວຍ​ມົງກົນ ​ໃນ​ຂົງ​ເຂດ​ສັດຕະວະ​ແພດ.

ຂ່າວ/ບົດ​ອື່ນ