ຫວຽດນາມ ມຸ່ງໄປສູ່ພື້ນຖານອຸດສາຫະກຳເອເລັກໂຕນິກທີ່ປອດໄສ, ໝັ້ນຄົງ

ຫວຽດນາມ ມຸ່ງໄປສູ່ພື້ນຖານອຸດສາຫະກຳເອເລັກໂຕນິກທີ່ປອດໄສ, ໝັ້ນຄົງ - ảnh 1
(ພາບປະກອບ)

(vovworld) –  ວັນ​ທີ 14/07 ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ລະບົບ​ຄຸ້ມຄອງ​ສິ່ງ​ເສດ​ເຫຼືອ​ດ້ານ​ເອ​ເລັກ​ໂຕ​ນິກສາກົນ​ຄັ້ງ​ທີ 4 ປີ 2014. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ມີ​ຜູ້​ແທນ​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ຄື: ຫວຽດນາມ, ຍີ່ປຸ່ນ, ບາຣາຊິວ, ນີ​ເຊ​ເລຍ… ​ໃນ​ໄລຍະ​ຜ່ານ​ມາ, ຂະ​ແໜງ​ອຸດສາຫະກຳ​ເຕັກ​ໂນ​ໂລ​ຊີຂໍ້​ຂ່າວສານ ​ໄດ້​ມີ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ແຮງ. ຜ່ານ​ຕົວ​ເລກ​ສະຖິຕິ​ຊີ້​ໃຫ້​ເຫັນ​ວ່າ, ຍອດ​ລາຍ​ຮັບ​ດ້ານ​ອຸດສາຫະກຳ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນຂ່າວສານປີ 2012 ບັນລຸ 25,5 ຕື້ USD, ບັນລຸລະດັບເຕີບ​ໂຕກ​ວ່າ 86%; ການ​ສົ່ງ​ອອກ​ຜະລິດ​ຕະພັນ​ດ້ານ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນຂ່າວສານ​ບັນລຸ 20 ຕື້ USD, ​ເພີ່ມ​ຂຶ້ນ 82% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2011.

        ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສຳ​ມະ​ນາ, ຜູ້​ແທນ​ທີ່​ມາ​ຈາກ​ບັນດາ​ປະ​ເທດ ​ໄດ້​ພ້ອມ​ກັນ​ແລກປ່ຽນກ່ຽວ​ກັບ​ວຽກ​ງານ​ຄຸ້ມ​ຄອງ​ສິ່ງ​ເສດ​ເຫຼືອ​ເອ​ເລັກ​ໂຕ​ນິກ​ໃໝ່​ສຸດ​ຢູ່​ບັນດາ​ປະ​ເທດ ​ແລະ ພາກ​ພື້ນ, ​ເພື່ອ​ແນ​ໃສ່​ຊອກ​ຮູ້​ບົດຮຽນ ​ແລະ ທິດ​ທາງ​ທີ່​ຖືກຕ​້ອງ​ໃນກາ​ນຄຸ້ມ​ຄອງ ​ແລະ ຈຳກັດສິ່ງ​ເສດ​ເຫຼືອ​ດ້ານ​​ເອ​ເລກ​ໂຕ​ນິກ, ຊ່ວຍ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ໃນ​ທົ່ວ​ໂລກ.

ຂ່າວ/ບົດ​ອື່ນ