ຫວຽດນາມ ມຸ່ງໄປເຖິງການປ່ຽນແປງຮູບແບບການເຕີບໂຕເສດຖະກິດ ເພື່ອພັດທະນາ

ຫວຽດນາມ ມຸ່ງໄປເຖິງການປ່ຽນແປງຮູບແບບການເຕີບໂຕເສດຖະກິດ ເພື່ອພັດທະນາ - ảnh 1
​ທ່ານ ​ເຈີ່ນ​​ແທງ​ຫາຍ ​ຮອງຫົວໜ້າ​ກົມ​ຂາ​​ເຂົ້າຂາ​ອອກ
(ພາບ​ອິນ​ເຕີ​ແນັດ)


(vovworld) - ທີ່​ເວທີ​ປາ​ໄສ​ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ 4 ​ໂດຍ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 11/04 ຢູ່ ຮ່າ​ໂນ້ຍ, ບັນດາ​ນັກ​ຊ່ຽວຊານ​ຖື​ວ່າ ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ 4 (ການ​ປະຕິວັດ 4.0) ພວມ​ມີ​ຜົນ​ກະທົບ​ຢ່າງໃຫຍ່ຫລວງ​ຕໍ່​ເສດຖະກິດ - ສັງຄົມ. ຫວຽດນາມ ຈະ​ບໍ່​ອີງ​ໃສ່​ທ່າ​​ໄດ້​ປຽບກ່ຽວ​ກັບຄ່າ​ແຮງ​ງານຕ່ຳ ​ຫຼື ຊັບພະຍາກອນ​ທຳ​ມະ​ຊາດ ​ຫາກຕ້ອງ​ປ່ຽນ​ແປງຮູບ​ແບບ​ການ​ເຕີບ​ໂຕ​ເສດຖະກິດ ​ເພື່ອ​ພັດທະນາ. ​ໃນ​ຂະນະ​ນັ້ນ, ຕາມ​ທ່ານ ​ເຈີ່ນ​​ແທງ​ຫາຍ ​ຮອງຫົວໜ້າ​ກົມ​ຂາ​​ເຂົ້າຂາ​ອອກ (ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ) ​ແລ້ວ, ລັດຖະບານ ຄວນ​ສ້າງ​ໂຄງການ​ຄາດໝາ​ຍອຸດສາຫະກຳ​ໃຫ້​ໄລຍະ​ໃໝ່, ​ໃນ​ນັ້ນ ​ເນັ້ນ​ໜັກ​ເຖິງ​ອຸດສາຫະກຳ​ໜັກ, ອຸດສາຫະກຳອຸປະ​ໂພ​ກ​ບໍລິ​ໂພ​ກ  ​ແລະ ອຸດສາຫະກຳ​ສຳຮອງ:

        “ການ​ປະຕິວັດ​ອຸດສາຫະກຳ​ຄັ້ງ​ທີ 4 ພວມ​ສ້າງ​ບັນດາ​ການ​ປ່ຽນ​ແປງ​ຢ່າງໃຫຍ່​ຫລວງ. ສິ່ງ​ນີ້ ຮຽກຮ້ອງ​ຕ້ອງ​ມີ​ການກະກຽມ​ເພື່ອ​ຫຼີກລ້ຽງ “ອາການ​ຊອັກ” ​ແລະ ຫລ້າ​ຫລັງ ​ເມື່ອ​ທຽບ​ໃສ່​ບັນດາ​ປະ​ເທດ​ອື່ນໆ, ນອກ​ນັ້ນ ການ​ປະຕິວັດ​ອຸດສາຫະກ​ຳນີ້ ຮຽກຮ້ອງ​ພວກ​ເຮົາ ຕ້ອງ​ມີ​ຫົວຄິດ​ປະດິ​ດສ້າງ​ໃນ​ການ​ຜະລິດ​ ຜະລິດຕະພັນ, ຖ້າ​ບໍ່​ດັ່ງ​ນັ້ນ ຜະລິດ​ຕະພັນ​ສົ່ງ​ອອກ​ຂອງ​ພວກ​ເຮົາ​ຈະ​ຖືກ​ບັນດາ​ປະ​ເທດ​ອື່ນໆ ລື່ນ​ກາຍ​ຢ່າງ​ງ່າຍດາຍ


ຕອບກັບ

ຂ່າວ/ບົດ​ອື່ນ