ຫວຽດນາມ ມີຈຳນວນຜະລິດຕະພັນກະເສດໄດ້ຈົດທະບຽນການປົກປ້ອງຕົ້ນກຳເນີດ, ແນະນຳທາງພູມສາດ

(VOVWORLD) - ຫວຽດນາມ ແມ່ນປະເທດທີ່ມີຜະລິດຕະພັນກະເສດພິເສດຫລາຍຊະນິດ. ດັ່ງນັ້ນ, ເລື່ອງປົກປ້ອງຕົ້ນກຳເນີດ, ແນະນຳທາງພູມສາດໃຫ້ບັນດາຜະລິດຕະພັນກະເສດນັ້ນ
ຫວຽດນາມ ມີຈຳນວນຜະລິດຕະພັນກະເສດໄດ້ຈົດທະບຽນການປົກປ້ອງຕົ້ນກຳເນີດ, ແນະນຳທາງພູມສາດ - ảnh 1ບັນດາຜະລິດຕະພັນກະເສດໄດ້ຈົດທະບຽນການປົກປ້ອງຕົ້ນກຳເນີດ, ແນະນຳທາງພູມສາດຂອງ ຫວຽດນາມ   (ພາບ: vietq.vn)

ມີຜົນກະທົບບໍ່ໜ້ອຍເຖິງມູນຄ່າຂອງຜະລິດຕະພັນ, ຊ່ວຍໃຫ້ຊາວກະສິກອນສາມາດຂາຍໄດ້ຜະລິດຕະພັນກະເສດດ້ວຍລາຄາສູງ…ທ່ານ ຕ້າກວາງມິງ, ຫົວໜ້າສະຖາບັນວິທະຍາສາດຊັບສິນທາງປັນຍາ (ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ) ໃຫ້ຮູ້ວ່າ:

        “ຕາມການຕີລາຄາຂອງຂ້າພະເຈົ້າແລ້ວ ຈຳນວນ ແລະ ຕົ້ນກຳເນີດ, ແນະນຳທາງພູມສາດໄດ້ຮັບການປົກປ້ອງຢູ່ ຫວຽດນາມ ພຽງແຕ່ຖັດຈາກໄທ ຢືນອັນດັບທີ 2 ໃນບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ເທົ່ານັ້ນ. ເລື່ອງຈົດທະບຽນຢູ່ຕ່າງປະເທດຍັງຖືກຈຳກັດຢູ່, ຊຶ່ງການຈົດທະບຽນຢູ່ຕ່າງປະເທດແມ່ນສຳຄັນທີ່ສຸດ ເພື່ອປົກປ້ອງຕະຫລາດຂອງພວກເຮົາຢູ່ຕ່າງປະເທດ. ບັນຫາຈະມາເຖິງແມ່ນ ຄວນໜູນຊ່ວຍ, ແນະນຳ ແລະ ຊ່ວຍບັນດາທ້ອງຖິ່ນມີຜະລິດຕະພັນກະເສດພິເສດສະເພາະ ດຳເນີນການຈົດທະບຽນຊັບສິນທາງປັນຍາ ບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງຢູ່ບັນດາປະເທດແມ່ນຕະຫລາດທີ່ມີຄວາມສາມາດບົ່ມຊ້ອນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ