ຫວຽດ​ນາມ ມີ​ທີ່​ຕັ້ງ​ສຳ​ຄັນ​ໃນ​ຂໍ້​ລິ​ເລີ່ມ ມະ​ຫາ​ສະ​ມຸດ ອິນ​ເດຍ - ປາ​ຊີ​ຟິກ

(VOVWORLD) - ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອິນເດຍ ໄດ້ເນັ້ນໜັກວ່າ ປັດຈຸບັນ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ອິນເດຍ - ຫວຽດນາມ ໄດ້ເປີດກ້ວາງ ອອກສູ່ບັນດາຂົງເຂດຮ່ວມມື: ຈາກການພົບປະດ້ານການເມືອງ ຕະຫຼອດຮອດດ້ານເສດຖະກິດ ແລະຄູ່ຮ່ວມມືພັດທະນາ, ການຮ່ວມມືດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການແລກປ່ຽນວັດທະນະທຳ ແລະ ພົວພັນແລກປ່ຽນປະຊາຊົນ. 
ຫວຽດ​ນາມ ມີ​ທີ່​ຕັ້ງ​ສຳ​ຄັນ​ໃນ​ຂໍ້​ລິ​ເລີ່ມ ມະ​ຫາ​ສະ​ມຸດ ອິນ​ເດຍ - ປາ​ຊີ​ຟິກ - ảnh 1 ທ່ານນາງ Riva Ganguly Das, ຮອງລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍ ກ່າວຄຳເຫັນທີ່ເວທີປາໄສ(ພາບ:ກະຊວງການຕ່າງປະເທດ ອິນເດຍ )

ຫວຽດນາມ ແມ່ນເສົາຄ້ຳສຳຄັນໃນນະໂຍບາຍການກະທຳມຸ່ງໄປສູ່ທາງທິດຕາເວັນອອກ ຂອງ ອິນເດຍ ແລະ ແມ່ນຄູ່ຮ່ວມມືສຳຄັນໃນຂໍ້ລິເລີ່ມ ມະຫາສະມຸດອິນເດຍ - ປາຊີຟິກ ຂອງອິນເດຍ, ອີງໃສ່ບັນດາຄຸນຄ່າ ແລະ ຜົນປະໂຫຍດລວມໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ ຢູ່ພາກພື້ນ. ນີ້ແມ່ນຄຳຢັ້ງຢືນຂອງທ່ານນາງ Riva Ganguly Das, ຮອງລັດຖະມົນຕີກະຊວງການຕ່າງປະເທດ ອິນເດຍ, ຢູ່ເວທີປາໄສວິສາຫະກິດ ອິນເດຍ - ຫວຽດນາມ ທີ່ໄດ້ດຳເນີນຕາມຮູບການທາງອອນລາຍໃນວັນທີ 20 ຕຸລາ.

ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ອິນເດຍ ໄດ້ເນັ້ນໜັກວ່າ ປັດຈຸບັນ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ອິນເດຍ - ຫວຽດນາມ ໄດ້ເປີດກ້ວາງ ອອກສູ່ບັນດາຂົງເຂດຮ່ວມມື: ຈາກການພົບປະດ້ານການເມືອງ ຕະຫຼອດຮອດດ້ານເສດຖະກິດ ແລະຄູ່ຮ່ວມມືພັດທະນາ, ການຮ່ວມມືດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການແລກປ່ຽນວັດທະນະທຳ ແລະ ພົວພັນແລກປ່ຽນປະຊາຊົນ. ຕາມທ່ານນາງຮອງລັດຖະມົນຕີ Riva Ganguly Das ແລ້ວ, ແຕ່ດົນນານມາແລ້ວ ອິນເດຍ ແລະ ຫວຽດນາມ ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈ,  ມີເຈດຕະນາດີ ແລະ ທັງມີການເຕົ້າໂຮມຍຸດທະສາດໃນຫຼາຍບັນຫາທົ່ວໂລກ ແລະ ພາກພື້ນ. ດັ່ງນັ້ນ, ສອງປະເທດມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອ ຊຸ້ກຍູ້ການຮ່ວມມືທາງດ້ານເສດຖະກິດ, ການລົງທຶນ, ການຄ້າ ໃຫ້ເລິກເຊິ່ງກ້ວາງຂວາງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ