ຫວຽດນາມ ມີທີ່ຕັ້ງອັນສຳຄັນໃນຫົວໃຈຂອງປະຊາຊົນຜູ້ຮັກຫອມສັນຕິພາບໂລກ

(VOVWORLD) -ຕອນບ່າຍວັນທີ 23 ມັງກອນນີ້, ຢູ່ທີ່ທຳນຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສາກົນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XXII ຂອງສະພາສັນຕິພາບໂລກ ທີີ່ໄດ້ໄຂຂຶ້ນຢູ່ຮ່າໂນ້ຍ
ຫວຽດນາມ ມີທີ່ຕັ້ງອັນສຳຄັນໃນຫົວໃຈຂອງປະຊາຊົນຜູ້ຮັກຫອມສັນຕິພາບໂລກ - ảnh 1ທ່ານປະທານປະເທດຫງວຽນຊວນຟຸກ ພ້ອມກັບ ຜູ້ແທນສາກົນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XXII ຂອງສະພາສັນຕິພາບໂລກ

     ກ່າວຄຳເຫັນທີ່ນີ້, ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ເປັນເພື່ອນມິດ, ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມໂລກ, ຮ່ວມມືທີ່ສະເໝີພາບ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ພ້ອມກັນນັ້ນ, ຫວຽດນາມ ຍາມໃດກໍ່ສາມັກຄີ ແລະ ສະໜັບສະໜູນປະຊາຊົນບັນດາປະເທດໃນການຕໍ່ສູ້ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າຂອງສັງຄົມ, ເພື່ອໂລກຍຸຕິທຳ ແລະ ພັດທະນາແບບຍືນຍົງ ແລະ ສັນຕິພາບ.

          ສ່ວນບັນດາຜູ້ແທນ, ການນຳຂອງ ສະພາສັນຕິພາບໂລກ ແລະ ສະພາສັນຕິພາບຂອງບັນດາປະເທດ, ລ້ວນແຕ່ສະແດງຄວາມຮັກແພງ, ເຄົາລົບນັບຖືປະຊາຊົນຫວຽດນາມ ແລະ ປະທານ ໂຮ່ຈີມິນ. ຜູ້ຕາງໜ້າສະພາສັນຕິພາບຂອງປະເທດຕ່າງໆປາດຖະໜາຢາກຮ່ວມມືກັບຫວຽດນາມ ເພື່ອຮັກສາສັນຕິພາບຂອງໂລກ, ເພື່ອຄວາມເປັນລະບຽບຮຽບຮ້ອຍຂອງໂລກ; ທ່ານຢືນຢັນວ່າ, ປະຊາຊົນຫວຽດນາມ ຮັກຫອມສັນຕິພາບ ແລະ ຫວຽດນາມມີທີ່ຕັ້ງສຳຄັນໃນຫົວໃຈຂອງປະຊາຊົນຜູ້ຮັກຫອມສັນຕິພາບໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ