ຫວຽດ​ນາມ ມີນັກ​ກິ​ລາ 5 ຄົນ ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຊີງ​ຊະ​ນະ​ເລີດ Breaking ອາ​ຊີ ເປີດກວ້າງ

(VOVWORLD) - ສະມາຄົມກິລາເອເລັກໂຕນິກບັນເທິງ ຫວຽດນາມ (VIRESA) ໄດ້ຈັດສົ່ງນັກກິລາທິມ Breaking ແຫ່ງຊາດ ຫວຽດນາມ ເຂົ້າຮ່ວມ ໂດຍມີນັກກິລາເພດຍິງ 2 ຄົນ ແລະ ເພດຊາຍ 3 ຄົນ.
ຫວຽດ​ນາມ ມີນັກ​ກິ​ລາ 5 ຄົນ ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຊີງ​ຊະ​ນະ​ເລີດ Breaking ອາ​ຊີ ເປີດກວ້າງ - ảnh 1ນັກກິລາເພດຍິງ 2 ຄົນທີ່ເຂົ້າຮ່ວມການແຂ່ງຂັນຊີງຊະນະເລີດ Breaking ອາຊີ ເປີດກວ້າງ (ພາບ:TTXVN)

 ໃນເວລາ 2 ວັນ, ຄືວັນທີ 01 – 02 ກໍລະກົດ, ນັກກິລາ 5 ຄົນຂອງທິມ Breaking ແຫ່ງຊາດ ຫວຽດນາມ ໄດ້ຖືກສົ່ງໄປເຂົ້າຮ່ວມງານແຂ່ງຂັນຊິງຊະນະເລີດກິລາປະເພດ Breaking ອາຊີເປີດກວ້າງ (WDSF Asian Breaking Championship 2023)  ເຊິ່ງຈັດຂຶ້ນຢູ່ນະຄອນ ຫາງໂຈ, ປະເທດ ຈີນ. ສະມາຄົມກິລາເອເລັກໂຕນິກບັນເທິງ ຫວຽດນາມ (VIRESA) ໄດ້ຈັດສົ່ງນັກກິລາທິມ Breaking ແຫ່ງຊາດ ຫວຽດນາມ ເຂົ້າຮ່ວມ ໂດຍມີນັກກິລາເພດຍິງ 2 ຄົນ ແລະ ເພດຊາຍ 3 ຄົນ.

       WDSF Asian Breaking Championship 2023 ປີນີ້ ລວມມີບັນດານັດແຂ່ງຂັນ “battle” ຕີກັນລະຫວ່າງ 81 B-Boy ແລະ 49 B-Girl ທີ່ມາຈາກ 30 ປະເທດ ແລະ ເຂດແຄວ້ນໃນທົ່ວ ອາຊີ.ຖ້າຫາກວ່າຍາດໄດ້ໄຊຂະນະໃນການແຂ່ງຂັນຄັ້ງນີ້, ທິມ Breaking ຫວຽດນາມ ຈະມີໂອກາດເຂົ້າຮ່ວມການແຂ່ງຂັນທີ່ງານມະຫາກໍາກິລາລະດູຮ້ອນ 2024 ຢູ່ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ.


ຕອບກັບ

ຂ່າວ/ບົດ​ອື່ນ