ຫວຽດນາມ ມີນັກທຸລະກິດ​ຍິງ 2 ຄົນ ນອນ​ໃນ Top 25 ນັກທຸລະກິດ​ຍິງ​ມີສິດ​ອໍານາດ​ໃນ​ອາຊີ

(VOVWORLD) - ວາລະສານ Forbes ຫາກໍປະກາດບັນຊີລາຍຊື່ 25 ນັກທຸລະກິດຍິງທີ່ມີສິດອໍານາດທີ່ສຸດໃນອາຊີ ປີ 2020. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ໃນນັ້ນ ມີນັກທຸລະກິດຍິງຫວຽດນາມ 2 ຄົນ. ນັ້ນແມ່ນ ທ່ານນາງ ຫງວຽນແບັກດຽບ - ປະທານບໍລິສັດຫຸ້ນສ່ວນ  FPT Retail.
ຫວຽດນາມ ມີນັກທຸລະກິດ​ຍິງ 2 ຄົນ ນອນ​ໃນ Top 25 ນັກທຸລະກິດ​ຍິງ​ມີສິດ​ອໍານາດ​ໃນ​ອາຊີ - ảnh 1ວາລະສານ Forbes ຫາກໍປະກາດບັນຊີລາຍຊື່ 25 ນັກທຸລະກິດຍິງທີ່ມີສິດອໍານາດທີ່ສຸດໃນອາຊີ ປີ 2020(ພາບ: vov.vn) 

        ນັບແຕ່ເມື່ອເປັນປະທານບໍລິສັດໃນປີ 2017, ທ່ານນາງ ຫງວຽນແບັກດຽບ ໄດ້ນໍາ FPT Retail ຈາກຮ້ານຄ້າ 17 ແຫ່ງ ຂະຫຍາຍເປັນລະບົບຂາຍຍ່ອຍໃຫຍ່ອັນດັບທີ 2 ຢູ່ຫວຽດນາມ ດ້ວຍຈໍານວນຮ້ານຄ້າກວ່າ 630 ແຫ່ງໃນທົ່ວປະເທດ. ກ່ອນໜ້ານັ້ນ, ປີ 2019, ທ່ານນາງ ຫງວຽນແບັກດຽບ ໄດ້ຮັບກຽດມີຊື່ໃນບັນຊີລາຍຊື່ແມ່ຍິງ 50 ຄົນທີ່ມີຜົນສະທ້ອນທີ່ສຸດຢູ່ຫວຽດນາມ ໂດຍ Forbes ຫວຽດນາມ ຄັດເລືອກ.

        ຜູ້ທີ 2 ແມ່ນ ທ່ານນາງ ເຈືອງທິເລະແຄງ - ຜູ້ກໍ່ຕັ້ງ ທັງເປັນປະທານ ບໍລິສັດຫຸ້ນສ່ວນ ຫວິງຮວ່ານ. ຕາມ ວາລະສານ Forbes ແລ້ວ, ໃນ 23 ປີຜ່ານມາ, ທ່ານນາງ ເຈືອງທິເລະແຄງ ໄດ້ກໍ່ສ້າງ ຫວິງຮວ່ານກາຍເປັນບໍລິສັດສິນໃນນໍ້າໃຫຍ່ທີ່ສຸດຢູ່ຫວຽດນາມ. ປີ 2019, ຫວິງຮວ່ານກໍແມ່ນບໍລິສັດ ມີການເຄື່ອນໄຫວໃນຂົງເຂດສິນໃນນໍ້າດີທີ່ສຸດຢູ່ຫວຽດນາມ ດ້ວຍລາຍຮັບບັນລຸ 340 ລ້ານ USD ແລະ ຜົນກໍາໄລເຖິງ 50 ລ້ານ USD.

ຕອບກັບ

ຂ່າວ/ບົດ​ອື່ນ