ຫວຽດນາມ ມີນັກວິທະຍາສາດລະດັບໂລກ 13 ທ່ານ

(VOVWORLD) - ຕາມນັ້ນແລ້ວ, ນັກວິທະຍາສາດ ຫວຽດນາມ 13 ທ່ານທີ່ພວມເຮັດວຽກຢູ່ພາຍໃນປະເທດ ໄດ້ຈັດອັນດັບຢູ່ໃນ 7 ຂົງເຂດຄື: ວິທະຍາສາດຄອມພິວເຕີ, ເຕັກນິກ ແລະ ເຕັກໂນໂລຊີ, ວິທະຍາສາດສິ່ງແວດລ້ອມ...
ຫວຽດນາມ ມີນັກວິທະຍາສາດລະດັບໂລກ 13 ທ່ານ - ảnh 1ສາດສະດາຈານ ຫງວຽນດິງດຶກ (ພາບ: VNU)

ເວບໄຊ Research.com, ເຊິ່ງເປັນປະຕູຖານຂໍ້ມູນເອເລັກໂຕນິກທີ່ມີອິດທິພົນຊື່ສຽງສຳລັບບັນດານັກວິທະຍາສາດໂລກ ຫາກໍ່ອັບເດດໝາກຜົນຂອງການຈັດອັນດັບບັນຊີລາຍຊື່ບັນດານັກວິທະຍາສາດທີ່ມີຜົນງານດີເດັ່ນໃນຂະແໜງວິທະຍາສາດໃນປີ 2023. ຕາມນັ້ນແລ້ວ, ນັກວິທະຍາສາດ ຫວຽດນາມ 13 ທ່ານທີ່ພວມເຮັດວຽກຢູ່ພາຍໃນປະເທດ ໄດ້ຈັດອັນດັບຢູ່ໃນ 7 ຂົງເຂດຄື: ວິທະຍາສາດຄອມພິວເຕີ, ເຕັກນິກ ແລະ ເຕັກໂນໂລຊີ, ວິທະຍາສາດສິ່ງແວດລ້ອມ, ວິທະຍາສາດວັດສະດຸ, ເຕັກນິກກົນຈັກ ແລະ ການບິນອາວະກາດ, ການແພດວົງຄະນະຍາດ, ວິທະຍາສາດສັງຄົມ ແລະ ມະນຸດສາດ.

        ເວບໄຊ Research.com ໄດ້ຈັດອັນດັບບັນດານັກວິທະຍາສາດແຖວໜ້າໃນຫຼາຍຂົງເຂດວິທະຍາສາດເປັນປະຈຳປີ, ໃນ 24 ຂົງເຂດ. ໃນຄັ້ງຈັດອັນດັບນີ້, Research.com ໄດ້ຄົ້ນຄ້ວາ, ພິຈາລະນາຂໍ້ມູນຂອງນັກວິທະຍາສາດເກືອບ 167.000 ຄົນໃນໂລກ. ການຈັດແບ່ງອັນດັບຂອງບັນດານັກວິທະຍາສາດນີ້ໄດ້ອີງໃສ່ຫຼາຍປັດໄຈ, ໃນນັ້ນມີດັດຊະນີ D-index, ດັດຊະນີຕີລາຄາບົນພື້ນຖານບັນດາບົດຂ່າວວິທະຍາສາດ ແລະ ຄຸນຄ່າທີ່ຂັດສະເໜີໃນບາງຂົງເຂດລະອຽດ, ອັດຕາການປະກອບສ່ວນໃນຂົງເຂດ ໃດໜຶ່ງ, ໄປຄຽງຄູ່ກັນນັ້ນແມ່ນບັນດາລາງວັນ ແລະ ຜົນງານຂອງເຂົາເຈົ້າ.

ຕອບກັບ

ຂ່າວ/ບົດ​ອື່ນ