ຫວຽດນາມ ມີນັກຮຽນ 4 ຄົນຄວ້າໄດ້ຫຼຽນຄຳ Olympic ປະດິດແຕ່ງ ແລະ ປະດິດຄິດສ້າງໂລກ

(VOVWORLD) -ນັກຮຽນ 4 ຄົນນີ້ໄດ້ເຂົ້າຮ່ວມການເສັງດ້ວຍຫົວຂໍ້ “Nanomelanin ມີຕົ້ນກຳເນີດຈາກມຶກ, ປົກປ້ອງຈຸລັງເຄົ້າຢູ່ຜິວໜັງຕ້ານແສງ X”.
ຫວຽດນາມ ມີນັກຮຽນ 4 ຄົນຄວ້າໄດ້ຫຼຽນຄຳ Olympic ປະດິດແຕ່ງ ແລະ ປະດິດຄິດສ້າງໂລກ - ảnh 1ນັກຮຽນທັງ 4 ຄົນຂອງທິມໂຮງຮຽນມັດທະຍົມຕອນປາຍລົງເລິກ ເລຮົ່ງຟອງ
(ພາບ: nhandan.vn)

        ນັກຮຽນທັງ 4 ຄົນຂອງທິມໂຮງຮຽນມັດທະຍົມຕອນປາຍລົງເລິກ ເລຮົ່ງຟອງ (ແຂວງ ນາມດິ້ງ), ຫວຽດນາມ, ຄວ້າໄດ້ຫຼຽນຄຳໃນການເສັງ Olympic ປະດິດແຕ່ງ ແລະ ປະດິດຄິດສ້າງໂລກ. ນັກຮຽນ 4 ຄົນນີ້ໄດ້ເຂົ້າຮ່ວມການເສັງດ້ວຍຫົວຂໍ້ “Nanomelanin ມີຕົ້ນກຳເນີດຈາກມຶກ, ປົກປ້ອງຈຸລັງເຄົ້າຢູ່ຜິວໜັງຕ້ານແສງ X”.

        Olympic ປະດິດແຕ່ງ ແລະ ປະດິດຄິດສ້າງໂລກ (World Invention and Creativity Olympiad, ຂຽນຫຍໍ້ແມ່ນ WICO) ແມ່ນການເສັງປະຈຳປີ ໄດ້ຈັດຂຶ້ນ ໂດຍສະມາຄົມປະດິດແຕ່ງປະດິດຄິດສ້າງບັນດາມະຫາວິທະຍາໄລ ສ.ເກົາຫຼີ, ແລະ ສະພາແຫ່ງຊາດປະເທດນີ້ອະປະຖຳ. ການເສັງ WICO 2023 ແມ່ນຈັດຂຶ້ນເທື່ອທີ 12 ແລ້ວ ດ້ວຍຈຸດປະສົງປຸກລຸກພອນສະຫວັນ ແລະ ຄວາມເມົາມົວກັບວິທະຍາສາດ, ເຕັກນິກ, ກໍຄືຊຸກຍູ້ການແກ່ງແຍ້ງຢ່າງປອດໃສຂອງບັນດານັກຮຽນມັດທະຍົມຕອນປາຍໃນທົ່ວໂລກ. ການເສັງປີນີ້ໄດ້ຈັດຂຶ້ນຢູ່ນະຄອນ ເຊີອຸ່ນ, ສ.ເກົາຫຼີ ແຕ່ວັນທີ 03-04 ກຸມພາ.

ຕອບກັບ

ຂ່າວ/ບົດ​ອື່ນ