ຫວຽດ​ນາມ ມີ​ນັກ​ຮຽນ​ຍາດ​ໄດ້​ຄະ​ແນນ​ສູງ​ສຸດ​ໃນ​ການ​ເສັງ Olympic ວິ​ຊາຟີ​ຊິກ​ສາດ ອາ​ຊີ - ປາ​ຊີ​ຟິກ

(VOVWORLD) -ນັກຮຽນທັງໝົດ 8 ຄົນ ຕ່າງກໍຄວ້າໄດ້ລາງວັນ, ລວມມີ ລາງວັນຫຼຽນຄຳ 2 ຫຼຽນ, ຫຼຽນເງິນ 1 ຫຼຽນ, ຫຼຽນທອງ 3 ຫຼຽນ ແລະ ໄດ້ຮັບໃບຍ້ອງຍໍ 2 ໃບ.
ຫວຽດ​ນາມ ມີ​ນັກ​ຮຽນ​ຍາດ​ໄດ້​ຄະ​ແນນ​ສູງ​ສຸດ​ໃນ​ການ​ເສັງ Olympic ວິ​ຊາຟີ​ຊິກ​ສາດ ອາ​ຊີ - ປາ​ຊີ​ຟິກ - ảnh 1ນັກຮຽນ ຫວຽດນາມ 8 ຄົນ ເຂົ້າຮ່ວມການເສັງ Olympic ວິຊາຟີຊິກສາດ ອາຊີ - ປາຊີຟິກ ປິ 2021 (ພາບ: ກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ)

ຕອນຄ່ຳວັນທີ 23 ພຶດສະພາ, ກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນການເສັງ Olympic ວິຊາຟີຊິກສາດ ອາຊີ - ປາຊີຟິກ (AphO) ປີ 2021 ຂອງ ທິມຊາດ ຫວຽດນາມ. ຕາມນັ້ນແລ້ວ, ນັກຮຽນທັງໝົດ 8 ຄົນ ຕ່າງກໍຄວ້າໄດ້ລາງວັນ, ລວມມີ ລາງວັນຫຼຽນຄຳ 2 ຫຼຽນ, ຫຼຽນເງິນ 1 ຫຼຽນ, ຫຼຽນທອງ 3 ຫຼຽນ ແລະ ໄດ້ຮັບໃບຍ້ອງຍໍ 2 ໃບ.

        ນັກຮຽນສອງຄົນທີ່ຄວ້າໄດ້ລາງວັນຫຼຽນຄຳ ແມ່ນ ທ້າວ ຫງວຽນແມັ້ງກວນ ແລະ ທ້າວ ເຈິ່ນກວາງວິງ ເຊິ່ງເປັນນັກຮຽນຫ້ອງມໍ 7, ໂຮງຮຽນມັດທະຍົມຕອນປາຍ Amsterdam  ຮ່າໂນ້ຍ. ໃນນັ້ນ, ທ້າວ ຫງວຽນແມ້ງກວນ ແມ່ນຜູ້ທີ່ຍາດໄດ້ຄະແນນສູງສຸດໃນການເສັງຄັ້ງນີ້ ແລະ ໄດ້ຮັບໃບຍ້ອງຍໍຈາກ ປະທານ  AphO ປີ 2021.

        ການເສັງ  Olympic ວິຊາຟີຊິກສາດ ອາຊີ - ປາຊີຟິກ ປີ 2021 ໂດຍ ໄຕ້ຫວັນ (ຈີນ) ເປັນເຈົ້າພາບຈັດຂຶ້ນຕາມຮູບການທາງອອນລາຍ. 

ຕອບກັບ

ຂ່າວ/ບົດ​ອື່ນ