ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 1.118 ຄົນ

(VOVWORLD) -ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 1.118 ຄົນ, ຢູ່ 45/46 ແຂວງ, ນະຄອນ

ວັນທີ 30 ພຶດສະພາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ, ນັບແຕ່ເວລາ 16 ໂມງຂອງວັນທີ 29 ພຶດສະພາ ຫາເວລາ 16 ໂມງຂອງວັນທີ 30 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 1.118 ຄົນ, ຢູ່ 45/46 ແຂວງ, ນະຄອນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 8.189 ຄົນ, ບໍ່ມີຜູ້ເສຍຊີວິດ.

ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິທັງໝົດແມ່ນ 9.456.541 ຄົນ, ຜູ້ເສຍຊີວິດທັງໝົດ 34.078 ຄົນ. ຍອດຈຳນວນວັກຊິນກັນໂຄວິດທີ່ໄດ້ສັກໃຫ້ແກ່ປະຊາຊົນແມ່ນ 220.779.518 ໂດສ.

ກ່ຽວກັບພະຍາດຝີຕຸ່ມລີງ - ວັນທີ 29 ພຶດສະພາ, ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ, ພະຍາດຝີຕຸ່ມລີງ ບໍ່ກໍ່ຄວາມສ່ຽງຢ່າງຮ້າຍແຮງຕໍ່ພື້ນຖານການແພດຊຸມຊົນໃນລະດັບທົ່ວໂລກ. ຕາມການສະຖິຕິ, ໄລ່ຮອດວັນທີ 26 ພຶດສະພາ, ມີຜູ້ຕິດເຊື້ອພະຍາດນີ້ລວມທັງໝົດ 257 ຄົນ ແລະ 120 ຄົນຖືກສົງໄສຕິດພະຍາດຢູ່ 23 ປະເທດ, ໃນນັ້ນມີຫຼາຍປະເທດບໍ່ເຄີຍປະກົດມີພະຍາດນີ້. ມາຮອດປະຈຸບັນ, ຍັງບໍ່ທັນມີບົດລາຍງານກ່ຽວກັບຜູ້ເສຍຊີວິດຍ້ອນພະຍາດຝີຕຸ່ມລີງໃນການແຜ່ລະບາດຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ