ຫວຽດນາມ ມີ​ຜູ້​ຕິດ​ເຊື້ອ​​ໂຄ​ວິດ - 19 ​ໃໝ່ຕື່ມ​ອີກ 4 ຄົນ

(VOVWORLD) -ໄລ່ຮອດຈຸດເວລານີ້ ຫວຽດນາມມີທັງໝົດ 324 ກໍລະນີຕິດເຊື້ອໂຄວິດ - 19, ໃນນັ້ນມີ 262 ກໍລະນີ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ໄດ້ອອກໂຮງໝໍແລ້ວ ແລະ ຍັງບໍ່ທັນມີກໍລະນີເສຍຊີວິດເທື່ອ. 

ຕາມພາກຂ່າວເວລາ 18 ໂມງ ວັນທີ 18 ພຶດສະພາ ຂອງຄະນະຊີ້ນໍາແຫ່ງຊາດກ່ຽວກັບວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 4 ຄົນ. ໃນນັ້ນ, ມີ 2 ຄົນເປັນຜູ້ບໍລິການການບິນ ຂອງບໍລິສັດການບິນ Vietnam Airlines ກັບມາຈາກ ລັດເຊຍ ແລະ ຜູ້ໂດຍສານ 2 ຄົນ ທີ່ກັບມາຈາກ ອາເມລິກາ. ບຸກຄົນເຫຼົ່ານັ້ນ ລ້ວນແຕ່ໄດ້ປະຕິບັດການແຍກຕົວ ພາຍຫຼັງເຂົ້າເມືອງໃນທັນທີ ແລະ ບໍ່ສາມາດແຜ່ລະບາດເຊື້ອອອກສູ່ວົງຄະນະຍາດໄດ້. ເປັນອັນວ່າ,ໄລ່ຮອດຈຸດເວລານີ້ ຫວຽດນາມມີທັງໝົດ 324 ກໍລະນີຕິດເຊື້ອໂຄວິດ - 19, ໃນນັ້ນມີ 262 ກໍລະນີ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ໄດ້ອອກໂຮງໝໍແລ້ວ ແລະ ຍັງບໍ່ທັນມີກໍລະນີເສຍຊີວິດເທື່ອ. 

ຕອບກັບ

ຂ່າວ/ບົດ​ອື່ນ