ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 3 ຄົນ

(VOVWORLD) - ໄລ່ຮອດເວລາ 12 ໂມງຂອງວັນທີ 25 ກໍລະກົດ, ຫວຽດນາມ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ຕື່ມອີກ 3 ຄົນ, ຍົກຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ ຫວຽດນາມ ຂຶ້ນເປັນ 416 ຄົນ. 
ຫວຽດນາມ ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 3 ຄົນ - ảnh 1 (ພາບປະກອບ)

ໃນນັ້ນ ມີ 2 ຄົນໄດ້ແຍກຕົວໃນທັນທີພາຍຫລັງເຂົ້າເມືອງ, ບໍ່ສາມາດແຜ່ລະບາດອອກສູ່ວົງຄະນະຍາດ. ຜູ້ຕິດເຊື້ອຄົນທີ 3 ເປັນເພດຊາຍ, ອາຍຸ 57 ປີ (ເຊິ່ງເປັນຜູ້ຕິດເຊື້ອສະສົມຄົນທີ 416) ອາໄສຢູ່ນະຄອນ ດ່າໜັງ. ເປັນອັນວ່າ ເກືອບຮອດ 100 ມື້ຜ່ານມາ, ຫວຽດນາມ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ເປັນນກໍລະນີທຳອິດໃນຊຸມຊົນ.

        ແລະໃນວັນທີ 24 ກໍລະກົດ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໄດ້ປະກາດໃຊ້ຄຳສັ່ງວ່າດ້ວຍການເພີ່ມທະວີການປ້ອງກັນ, ສະກັດກັ້ນໂຄວິດ-19 ໃຫ້ນັກຊ່ຽວຊານທີ່ເຂົ້າມາເຮັດວຽກຢູ່ ຫວຽດນາມ. ຕາມນັ້ນແລ້ວ, ບັນດາຫົວໜ່ວຍທີ່ເຊື້ອເຊີນນັກຊ່ຽວຊານເຂົ້າມາເຮັດວຽກຕ້ອງຮັບປະກັນ: ນັກຊ່ຽວຊານຕ້ອງກວດວິໄຈຫາເຊື້ອ SARS-COV-2 ດ້ວຍເຕັກນິກ Real time – PCR ແຕ່ 3 – 7 ມື້ ກ່ອນທີ່ຈະເຂົ້າເມືອງ ຫວຽດນາມ. ການວິໄຈຫາເຊື້ອຕ້ອງໄດ້ປະຕິບັດຢູ່ຫ້ອງວິໄຈ ໂດຍລັດຖະບານໃຫ້ອະນຸມັດ ຫຼື ລະບົບຫ້ອງວິໄຈຂອງອົງການອະນາໄມໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ