ຫວຽດນາມ ມີຜູ້ຕິດໂລກລະບາດໂຄວິດ-19 ຕື່ມອີກ

(VOVWORLD) -ໄລ່ຮອດຕອນເຊົ້າວັນທີ 02 ເມສາ, ຫວຽດນາມ ມີຜູ້ຕິດໂລກລະບາດໂຄວິດ- 19 ຕື່ມອີກ 10 ຄົນ, ຍົກຈຳນວນຜູ້ຕິດໂລກລະບາດໂຄວິດ-19 ຢູ່ຫວຽດນາມ ຂຶ້ນເປັນ 222 ຄົນ.
ຫວຽດນາມ ມີຜູ້ຕິດໂລກລະບາດໂຄວິດ-19 ຕື່ມອີກ - ảnh 1(ພາບປະກອບ)

ໃນນັ້ນ, 2 ຄົນແມ່ນພາລະກອນບໍລິສັດ ເຈື່ອງຊິງ ຈຳກັດ, ເຊິ່ງແມ່ນຫົວໜ່ວຍສະໜອງການບໍລິການໃຫ້ແກ່ໂຮງໝໍແບັກມາຍ, 1 ຄົນແມ່ນມາກວດພະຍາດຢູ່ໂຮງໝໍນີ້ ແລະ ອີກ 1 ຄົນແມ່ນຍາດຕິພີ່ ນ້ອງ ທີ່ມາເບິ່ງແຍງຄົນເຈັບຢູ່ທີ່ນີ້ ສ່ວນອີກ 6 ຄົນ ແມ່ນຊາວຫວຽດນາມ ຢູ່ຕ່າງປະເທດທີ່ກັບຄືນມາປະເທດ ເຊິ່ງໄດ້ແຍກຕົວລວມໝູ່ ພາຍຫຼັງເຂົ້າເມືອງມາ, ກໍລະນີນີ້ແມ່ນບໍ່ມີຄວາມສ່ຽງແຜ່ລະບາດອອກສູ່ສັງຄົມ. ປະຈຸບັນ, ບັນດາຄົນເຈັບເຫຼົ່ານັ້ນໄດ້ແຍກຕົວ, ປິ່ນປົ່ວຢູ່ຕ່າງຫາກ ແລະ ມີອາການສຸຂະພາບເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ